ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ເນັ້ນ "​ແຜນການ​ສ້າງ​ເປັນ​ສອງ​ປະ​ເທດ"
2017-02-17 16:23:54  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ ນີ​ໂຄ​ໄລ ມູລາ​ເດີ​ນົຟ ຜູ້ປະສານ​ງານ​ພິ​ເສດ​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ເນັ້ນ​ໃນ​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ເມື່ອ​ວັນ​ທີ 16 ກຸມພາ​ນີ້​ວ່າ, "​ແຜນການ​ສ້າງ​ເປັນ​ສອງ​ປະ​ເທດ" ຍັງ​ແມ່ນ​ເສັ້ນທາງໜຶ່ງດຽວ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ປາ​ແລັສຕິນ​ແລະ​ອິດສະ​ລາ​ແອນ​ໃນ​ການ​ບັນລຸ​ຄວາມ​ປາຖະໜາ​​ສ້າງຕັ້ງປະ​ເທດ​ທີ່​ຊອບ​ດ້ວຍ​ກົດໝາຍ.

    ວັນ​ທີ 15 ກຸມພາ​ນີ້, ທ່ານ ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ ​ໄດ້​ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ຮ່ວມ​ກັບ​ທ່ານ ​ເນຕັນ​ຢາຮູ ນາຍົກລັດຖະມົນຕີອິດສະລາ​ແອນ​ທີ່​​ເດີນທາງຢ້ຽມຢາມ​ອາ​ເມ​ລິ​ກາ​ວ່າ, ຂໍ​ພຽງ​ແຕ່​ສອງ​ຝ່າຍ​ປາ​​ແລັສຕິນ​ແລະ​ອິດສະ​ລາ​ແອນ​ຍິນ​ດີ, ກໍຈະ​ສະໜັບສະໜູນ​ທັງ "​ແຜນການ​ສ້າງ​ເປັນ​ປະ​ເທດ​ດຽວ" ​ແລະ​ "ສ້າງ​ເປັນ​ສອງ​ປະ​ເທດ" ​ເພື່ອ​ບັນລຸ​ສັນຕິພາບ.

    ສ່ວນ​ທ່ານ ອັບບັສ ປະທານ​າທິບໍ​ດີ​ປາ​​ແລັສຕິນ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ, ຈະ​ຍຶດໝັ້ນ​ແລະ​ບໍ່​ປະ "​ແຜນການ​ສ້າງ​ເປັນ​ສອງ​ປະ​ເທດ", ຂະນະ​ທີ່​ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ກໍ​ໄດ້​ກ່າວ​ຢູ່​ນະຄອນຫຼວງ​ເລີ​ແກ​ໃນ​ວັນ​ທີ 15 ກຸມພາ​ນີ້​ວ່າ, ​ບັນຫາ​ປາ​​ແລັສຕິ​ນ​ແລະອິດສະ​ລາ​ແອນ, ນອກຈາກ​ແຜນການ​ສ້າງ​ເປັນ​ສອງ​ປະ​ເທດ​ແລ້ວ, ບໍ່​ມີ​ທາງ​ເລືອກ​​ອື່ນ​ໃດ​ອີກ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ