ລັດຖະມົນຕີ​ການ​ຕ່າງປະ​ເທດຈີນ​ເນັ້ນການຈັດຕັ້ງປະຕິບັດ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ
2017-02-17 16:25:19  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ກຸມພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ໄລຍະ​ທີ​ໜຶ່ງ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຸ່ມ 20 ປະ​ເທດ​ຢູ່​ເມືອງ​​ບອນປະ​ເທດ​ເຢຍລະ​ມັນ ​ແລະໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030 ວ່າ, ກອງ​ປະຊຸມ​ສຸດ​ຍອດ​ຮາງ​ໂຈ​ວປີຜ່ານມາ ​ໄດ້​ຈັດ​ເອົາ​ບັນຫາ​ການ​ພັດທະນາ​​ເປັນຖານະ​ໃຈກາງ​ຂອງ​ວາລະ​ປະຊຸມ​ກຸ່ມ 20 ປະ​ເທດ ​ແລະ​ໄດ້​ຮັບຮອງ "​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ກຸ່ມ 20 ປະ​ເທດ​ຈັດຕັ້ງປະຕິບັດ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030" ​ເຊິ່ງປັດຈຸບັນ​ຄວນ​ຈັດຕັ້ງປະຕິບັດ​ແຜນການ​ດັ່ງກ່າວ​ໃຫ້​ດີ ຄື ໜຶ່ງ, ຈະ​ນຳ​ໜ້າ​ຈັດ​​ເອົາ​ການ​ຈັດຕັ້ງປະຕິບັດ​ວາລະ​ການ​ພັດທະນາ​ດັ່ງກ່າວ​​ຢູ່​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ປະ​ເທດ​ຕົນ; ສອງ, ຈະ​ສືບ​ຕໍ່​ຈັດ​ເອົາ​ບັນຫາ​ການ​ພັດທະນາ​​ເປັນ​ຖານະ​ໃຈກາງ​ຂອງ​ວາລະ​ປະຊຸມ​ຂອງ​ກຸ່ມ 20 ປະ​ເທດ ​ແລະ​ຖື​ເປັນ​​ເນື້ອ​ໃນ​ສຳຄັນ​​ໃນ​ການ​ປະສານ​ງານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ ​ແລະສາມ, ຈະ​ຍຶດໝັ້ນຫຼັກການມີໜ້າ​ທີ່​ຮ່ວມ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ຂະນະ​ດຽວ​ກັນ, ທຸກ​ຝ່າຍຄວນ​ນຳ​ໜ້າ​ຈັດຕັ້ງປະຕິບັດ​ສັນຍາ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ