ກິດຈະກຳ​ໂຄສະນາ​ການທ່ອງທ່ຽວ​ອາຊີ​ອາຄະ​ເນຈັດ​ຂຶ້ນຢູ່​ບາງກອກ​ຂອງໄທ
2017-02-18 14:52:23  cri 

ວັນ​ທີ 17 ກຸມພາ​ນີ້, ພິທີ​ເປີດກິດຈະກຳ"ສຳຜັດ​ປະ​ເທດ​ຈີນ ​ເມືອງ​ຮາງ​ໂຈ່​ວທີ່​ປະ​ທັບ​ໃຈ​ທີ່​ສຸດ"ຄືກິດຈະກຳ​ໂຄສະນາ​ການທ່ອງທ່ຽວ​ອາຊີ​ອາຄະ​ເນ​ໄດ້​ຈັດ​ຂຶ້ນ​ຢູ່​ສູນວັດ​ທະ​ນະ​ທຳ​ຈີນ​ທີ່​ນະ​ຄອນ​ຫຼວງ​ບາງ​ກອກ​ຂອງ​ໄທ. ທ່ານ​ເຊິ​ນຈ່ຽງ ທີ່​ປຶກສາ​ວັດທະນະທຳ​ສະຖານ​ທູດ​ຈີນ​ປະຈຳ​ໄທ, ທ່ານ​ຫຼີວຢູ​ເຝິ່ງ ຜູ້​ຕິດຕາມ​ສະພາບ​ການ​ຂອງ​ຄະນະ​ກຳມະການ​ທ່ອງ​ທ່ຽວ​ເມືອງ​ຮາງ​ໂຈ່​ວ, ທ່ານຈະຕຸ​ລົງ ​​ໃຈ​ຊ່າງ ອະດີດ​ຮອງ​ນາຍົກລັດຖະມົນຕີ​ໄທ​ແລະ​ແຂກ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ທ່ານ​ເຊິ​ນຈ່ຽງ ທີ່​ປຶກສາ​ວັດ​ທະນະ​ທຳ​ສະຖານທູດ​ຈີນ​ປະຈຳ​ໄທ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ເປີດວ່າ: ກອງ​ປະຊຸມ​ສຸດ​ຍອດ G20 ທີ່​ຈັດ​ຂຶ້ນຢູ່​ເມືອງ​ຮາງ​ໂຈ່​ວຂອງ​ຈີນ​ໃນ​ປີຜ່ານມາ​ໄດ້​​ເຮັດ​ໃຫ້​ຊາວ​ໂລກຮູ້ຈັກ​ເມືອງ​ຮ່າງ​ໂຈ່ວຫຼາຍ​ຂຶ້ນກວ່າ​ເກົ່າ​ແລະ​ເຊື່ອໝັ້ນ​ວ່າການ​ແລກປ່ຽນ​ລະຫວ່າງ​ເມືອງ​ຮາງ​ໂຈ່ວກັບອາຊີ​ອາຄະ​ເນ​ຈະ​ມີ​ອະນາຄົດ​ທີ່​ສົດ​ໄສ.

ໃນ​ໂອກາດ​ດຽວ​ກັນ​ນີ້,ທ່ານ​ກອບ​ກິດ ປຼາດິດ​ພົນພານິດ ຜູ້​ວ່າການຄະນະ​ສື່ສານ​ມວນ​ຊົນຂອງ​ມະຫາວິທະຍາ​ໄລ​ທຸລະ​ກິດບັນດິດຂອງ​ໄທ​ກໍ​ໄດ້​ບັນ​ລະ​ຍາຍກ່ຽວ​ກັບປະຫວັດສາດ​ ​ວັດ​ທະ​ນະ​ທຳ​ແລະ​ການ​ພັດທະນາທີ່​ທັນ​ສະ​ໄໝ​ຂອງ​​ເມືອງ​ຮາງ​ໂຈ່​ວ,​ ແລະຫວັງ​ວ່າ​ຈະມີ​ນັກ​ທ່ອງ​ທ່ຽວ​ໄທໄປ​ທ່ຽວ​​ເມືອງ​ຮາງ​ໂຈ່​ວຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ