ຜູ້​​ເສຍ​ຊີວິດ​ໃນ​ເຫດການກໍ່​ການ​ຮ້າຍທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້ປາ​ກີ​ສະຖານ​​ເພີ່ມ​ຂຶ້ນ​ເຖິງ 88 ຄົນ
2017-02-18 15:42:39  cri 



ຕາມ​ຂ່າວCRI: ວັນ​ທີ 17 ກຸມພາ​ນີ້, ພະນັກ​ງານອະນາ​ໄມ​ແຂວງ​ສິນຂອງ​ປາ​ກີ​ສະຖານກ່າວ​ວ່າ, ການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ແບບ​ຂ້າ​ຕົວ​ຕາຍ​ທີ່​ເກີດ​ຂຶ້ນ​ຢູ່​ສຸ​ເຫຼົ່າເຂດ​ເຊ​ເຫີ​ວານ​ໃນ​ຕອນ​ແລງ​ວັນ​ທີ​ 16 ກຸມພາ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 88 ຄົນ, ​ແລະ 343 ຄົນບາດ​ເຈັບ.ປັດຈຸບັນ​ນີ້​​ຜູ້​ບາດ​ເຈັບ​ໜັກ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​​ໂຮງໝໍ​ແລ້ວ, ​ແລະ​ຄາດ​ວ່າ​ຜູ້​ເສຍ​ຊີວິດ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ. ອົງການ​ປົກຄອງ​ທ້ອງ​ຖິ່ນຂອງ​ແຂວງ​ສິນ​ໄດ້​ປະກາດ​ໃຫ້​ວັນ​ທີ 17 ຫາ ວັນ​ທີ 19 ກຸມ​ພາ​ນີ້​​ເປັນວັນ​ໄວ້ອາ​ໄລຢ່າງ​ເປັນ​ທາງ​ການ, ​​ແລະ​ໄດ້​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາເພື່ອ​ໄວ້ອາ​ໄລ​ຕໍ່​ຜູ້​ເສຍ​ຊີວິດ.



ກອງທັບ​ຂອງ​ປາ​ກີ​ສະຖານ​ໄດ້​ປະຕິບັດ​ການ​ກວາດ​ລ້າງ​​ໃນ​ຂອບ​ທົ່ວ​ປະ​ເທດ​ນັບ​ແຕ່ວັນ​ທີ 17 ກຸມພາ​ນີ້​ເປັນ​ຕົ້ນ​ມາ, ​ໄດ້ສັງຫານ​ຜູ້​ປະກອບ​ອາວຸດ 37 ຄົນ, ​​ແລະຈັບ​ຕົວ​ຜູ້​ຖືກ​ສົງ​ໄສປະມານ 200 ຄົນ. ພ້ອມ​ກັນ​ນັ້ນ, ​ໃນ​​ທົ່ວ​ປະ​ເທດ​, ​ກໍ່​ໄດ້ເພີ່ມ​ກຳລັງ​ປ້ອງ​ກັນ​ຄວາມ​ປອດ​ໄພ, ​ແລະ​ສຸ​ເຫຼົ່າ​ຕ່າງໆ​ຖືກ​ປິດ​ເປັນ​ການ​ຊົ່ວຄາວ.



ທ່ານ​ສີ​ຈີນ​ຜິ​ງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ໄປ​ຍັງ​ທ່ານ​ມາ​ນູນ ຫູ​ຊາ​ອິນ, ປະທາ​ນາ​ທິບໍດີ​ປາ​ກະ​ສະຖານ​ໃນ​ວັນ​ທີ 17 ກຸ​ມພາ​ນີ້, ທ່ານ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢ່າງ​ຮຸນ​ແຮງ​​​​ໃນ​ຄັ້ງ​ນີ້​ແລະ​ກ່າວ​ວ່າ, ຈີນ​ຄັດຄ້ານ​ຕໍ່​ລັດທິ​ກໍ່​ການ​ຮ້າຍບໍ່ວ່າ​ດ້ວຍ​ຮູບ​ການ​ໃດໆ, ​ພ້ອມທັງ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫຼອນ​​ໂຈມ​ຕີ​ກໍ່​ການ​ຮ້າຍ​ນີ້. ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງປາ​ກີ​ສະຖານ​​ເຂົ້າ​ໃນ​ການຕ້ານ​ລັດທິ​ກໍ່​ການ​ຮ້າຍ, ການປົກ​ປ້ອງ​ຄວາມ​ມີສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ແລະ​ການປົກ​ປັກ​ຮັກສາຄ​ວາ​ມປອດ​ໄພ​​ຂອງ​ປະຊາຊົນ.​

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ