ທ່ານ​ຫວາງ​ອີ້​ພົບ​ປະ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
2017-02-18 15:45:14  cri 
ຕາມ​ຂ່າວCRI: ວັນ​ທີ 17 ກຸມພາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເລັຄສ ທີ​ວ​ເລີ​ສັນ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກຸ່ມ 20 ປະ​ເທດຫຼື​ G20 ທີ່​ນະຄອນ​ບູນຂອງ​ເຢຍລະ​ມັນ.

ທ່ານ​ຫວາງ​ອີ້ກ່າວ​ວ່າ, ການ​​ໂອ້​ລົມ​ກັນ​ທາງ​ໂທລະສັບ​ລະຫວ່າງທ່ານ​ສີ​ຈີນ​ຜີ​ງກັບ​ທ່ານ​​ໂດ​ນັນ ທຣຳ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ມີ​ຄວາມ​ສຳຄັນ​ຫຼາຍ. ອາ​ເມ​ລິ​ກາ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ​ສືບ​ຕໍ່​ຍຶດໝັ້ນ​ນະ​ໂຍບາຍ​ທີ່​ມີ​ຈີນ​ດຽວ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ເຫັນ​ເປັນ​ເອກະສັນ​ກັນ​ວ່າ​ຈີນ​ກັບ​ອາ​ເມ​ລິ​ກາສາ​ມາດ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ, ຄວນ​ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ໃຫຍ່​ຫຼວງກວ່າ​ເກົ່າ​ບົນ​ພື້ນຖານ​ໃໝ່.ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ນີ້​ໄດ້​ປົກ​ປັກ​ຮັກສາ​ພື້ນຖານ​ທາງ​ການ​ເມືອງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ໄດ້​ໃຫ້ການ​ຊີ້​ນຳ​ຢ່າງ​ຈະ​​ແຈ້ງ​ຕໍ່​ການ​ພັດທະນາ​ດ້ານ​ກາ​ນພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ຍຸກ​ສະ​ໄໝ​ໃໝ່, ໄດ້​ສ້າງ​ເງື່ອນ​ໄຂ​ຢ່າງ​ມີ​ຄວາມ​ຈຳ​ເປັນ​ໃຫ້​ແກ່​ການ​ເສີນ​ຂະຫຍາຍ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານພາຍ​ໃນ​ຂອບ​ສອງ​ຝ່າຍ, ​ແລະພາກ​ພື້ນ.

ທ່ານ​ເລັຄສ ທີ​ວ​ໂຊນກ່າວ​ວ່າ, ອາ​ເມ​ລິ​ກາ​ກ່າວ​ຢ້ຳວ່າ​ຈະ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຈີນ​ດຽວ, ​ເຊິ່ງບໍ່​ພຽງ​ແຕ່​ມີ​ຄວາມ​ສຳຄັນ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ກໍ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຢ່າງສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ