ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ສ.​ເກົາຫຼີ
2017-02-19 17:06:23  cri 

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ຢຸນບິງ​ເຊ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ​ໃນ​ວັນ​ທີ 18 ກຸມພາ​ນີ້ ຂະນະ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ນະ​ໂຍບາຍຄວາມ​ໝັ້ນຄົງ​ມິ​ວນິກຄັ້ງທີ 53.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ຄົບຮອບ 25 ປີ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ ​ແລະ ສ.​ເກົາຫຼີ ພວກ​ເຮົາ​ຄວນ​ທະນຸ​ຖະໜອມ​ຜົນ​ໄດ້​ຮັບ​ອັນ​ລ້ຳ​ຄ່າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພະຍາຍາມ​ກຳຈັດ​ສິ່ງ​ລົບ​ກວນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ພັດທະນາ​ຢ່າງ​ປອດ​ໃສ.

ນອກ​ນີ້, ທ່ານ​ຫວາງ​ຢີ້ ຍັງ​ໄດ້​ກ່າວຢ້ຳຫຼັກໝັ້ນຂອງ​ຈີນ​ອີກ​ເທື່ອ​ໜຶ່ງ​ໃນ​ການ​ຄັດຄ້ານ​ການ​ຕິດຕັ້ງລະບົບ​ແທດ (THAAD) ຢູ່​ ສ.​ເກົາຫຼີ ທັງ​ເນັ້ນວ່າ, ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ໃດ​ໜຶ່ງ​ບໍ່​ຄວນ​ສ້າງຕັ້ງຂຶ້ນຢູ່​ບົນ​ພື້ນຖານ​ທີ່​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ອື່ນ. ​ແນວ​ໃດ​ກໍ​ດີ, ຈີນ​ເຂົ້າ​ໃຈຄວາມ​ຕ້ອງການ​ຂອງ ສ.​ເກົາຫຼີ​ ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຕົນ, ​ແຕ່​ຂະນະ​ດຽວ​ກັນ ສ.​ເກົາຫຼີ ກໍ​ຄວນ​ເຄົາລົບຫຼັກໝັ້ນອັນ​ຊອບ​ທຳ​ຂອງ​ຈີນ​ເຊັ່ນ​ດຽວ​ກັນ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີອີກ​ດ້ວຍ ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ປັດຈຸບັນ, ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີນັບ​ມື້​ສັບສົນ​ແລະຂ້ຽວຂາດ ​ແຕ່​ພວກ​ເຮົາ​ກໍບໍ່​ຄວນ​ປະລະ​ຄວາມ​ພະຍາຍາມ​ເພື່ອ​ສັນຕິພາບ. ​ຂະນະ​ທີ່​ຝ່າຍ​ຕ່າງໆ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ເຂັ້ມງວດ​ນັ້ນ, ກໍ​ຄວນ​ຕັ້ງໜ້າ​ຊອກ​ຫາ​ຊ່ອງ​ທາງ​ບຸກທະລຸ​ເພື່ອ​ຟື້ນ​ຟູ​ການ​ເຈລະຈາຄືນ​ໃໝ່ ​ແລະ​ບໍ່​ໃຫ້​ບັນຫາ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີຕົກ​ຢູ່​ໃນ​ວົງວຽນທີ່ຜັນ​ແປ​ໄປ​​ໃນ​ທາງ​ລົບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ