ທູດພິເສດຂອງປະທານປະເທດຈີນເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຂອງປະທານາທິບໍດີກຳບີ
2017-02-19 14:47:18  cri 

ທ່ານມ໋າເພີຍຮົວ ທູດພິເສດຂອງທ່ານສີຈີ້ນຜີງ ປະທານປະເທດຈີນ, ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີກຳບີ ຂອງທ່ານ ອາດາມາ ບາໂຣທີ່ຈັດຂຶ້ນຢູ່ນະຄອນຫຼວງບານຈູນ.

ກ່ອນໜ້ານີ້, ທ່ານອາດາມາ ບາໂຣໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານມາເພີຍຮົວ. ທ່ານມາເພີຍຮົວໄດ້ຝາກຄວາມອວຍພອນທີ່ຈິງໃຈແລະພອນໄຊອັນປະເສີດຂອງທ່ານສີຈີ້ນຜີງໄປຍັງທ່ານບາໂຣ ແລະກ່າວວ່າ: ນັບແຕ່ຈີນແລະກຳບີໄດ້ຟື້ນຟູສາຍພົວພັນທາງການທູດເມື່ອເດືອນມີນາປີກາຍເປັນຕົ້ນມາ, ການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດການຄ້າ, ວັດທະນະທຳ ແລະອື່ນໆລະຫວ່ງາສອງປະເທດໄດ້ຟື້ນຟູຢ່າງຮອບດ້ານ. ຂະນະທີ່ການຟື້ນຟູສາຍພົວພັນທາງການທູດລະຫວ່າງຈີນແລະກຳບີເປັນການເດີນໄປຕາມເສັ້ນທາງຍຸກສະໄໝ ແລະສອດຄ່ອງກັບຜົນປະໂຫຍດພື້ນຖານແລະຍາວໄກຂອງສອງປະເທດແລະປະຊາຊົນສອງຊາດ, ຈີນຍິນດີຮ່ວມກັບລັດຖະບານຊຸດໃໝ່ຂອງກຳບີ ເພີ່ມທະວີການຮ່ວມມື່ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດກະສິກຳ, ສາທາລະນະສຸກ, ການກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດແລະອື່ນໆ ເພື່ອຊ່ວຍເຫຼືອກຳບີບັນລຸການພັດທະນາແບບຍືນຍົງດ້ວຍຕົນເອງ.

ທ່ານບາໂຣໄດ້ສະແດງຄວາມຂອບໃຈຕໍ່ທ່ານສີຈີ້ນຜີງທີ່ໄດ້ສົ່ງທູດພິເສດມາເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຂອງຕົນ ແລະຂໍໃຫ້ທູດພິເສດຝາກຄວາມຢື້ຢາມຖາມ

ຂ່າວອັນຈິງໃຈໄປຍັງທ່ານສີຈີ້ນຜິງ ທັງກ່າວວ່າ, ລັດຖະບານກຳບີເດັດດ່ຽວ ຍຶດໝັ້ນນະໂຍບາຍຈີນດຽວ ແລະຖືຈີນເປັນເພື່ອນສະໜິດກັນ. ແນວໃດກໍດີ, ກໍາບີເຕັມໄປດ້ວຍຄວາມຄາດຫວັງຕໍ່ການລົງເລິກການພົວພັນລະຫວ່າງສອງປະເທດ ແລະຍິນດີພະຍາຍາມຮ່ວມກັບຈີນ ເພື່ອຊຸກຍູ້ໄມຕີຈິດມິດຕະພາບແລະການຮ່ວມມືໃນຂົງເຂດຕ່າງໆໃຫ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ