ກອງທັບອັຟການີສະຖານສັງຫານກຸ່ມ IS 34 ຄົນ
2017-02-19 14:54:46  cri 

ວັນທີ 18 ກຸມພານີ້, ທ່ານອັດທາວລາ ໂຮເກຍນີ ໂຄສົກອຳນາດການປົກຄອງແຂວງນານກາຮາທາງພາກຕາເວັນອອກອັຟການີສະຖານກ່າວວ່າ: ກອງທັບປະເທດຕົນໄດ້ເປີດການໂຈມຕີຖານທີ່ໝັ້ນຂອງກຸ່ມ IS ຢູ່ແຂວງຕົນຫວ່າງມໍ່ໆນີ້ ໂດຍໄດ້ສັງຫານຜູ້ປະກອບອາວຸດ 34 ຄົນ.

ທັງນີ, ທ່ານໂຮເກຍນີໄດ້ໃຫ້ສຳພາດຕໍ່ນັກຂ່າວໃນວັນດັ່ງກ່າວວ່າ : "ໃນ 24 ຊົ່ວໂມງຜ່ານມາ, ພາຍໃຕ້ການສະໜັບສະໜູນຂອງກອງທັບອາກາດແລະກຸ່ມປະກອບອາວຸດເຈົ້າກົກເຈົ້າເຫຼົ່າທ້ອງຖິ່ນ, ກອງທັບຮັກສາຄວາມໝັ້ນຄົງໄດ້ເປີດການໂຈມຕີຖານທີ່ໝັ້ນຂອງກຸ່ມ IS ໂດຍໄດ້ສັ້ງຫານຜູ້ປະກອບອາວຸດ 34 ຄົນ, 16 ຄົນບາດເຈັບ ແລະ ຈັບໄດ້ 7 ຄົນ."

ທ່ານໂຮເກຍນີກ່າວຕື່ມວ່າ, ການເຄື່ອນໄຫວເທື່ອນີ້ເປັນການຕອບໂຕ້ກຸ່ມ IS ທີ່ໄດ້ຫຼອນໂຈມຕີດ່ານກວດກາຂອງເຈົ້າໜ້າທີ່ຝ່າຍທະຫານຢູ່ທ້ອງຖິ່ນດັ່ງກ່າວໃນຕອນຄໍ່າວັນທີ 16 ກຸມພານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ