ເຈົ້າໜ້າທີໄທຫວັງວ່າ ທ່າແຮງຂອງຈີນດ້ານເຕັກນິກຈະສ້າງຜົນປະໂຫຍດໃຫ້ແກ່ໄທ
2017-02-19 17:55:43  cri 

ວັນທີ 17 ກຸມພານີ້, ທ່ານນາງຫິຣັນຢາ ສຸຈິນາຍ ເລຂາທິການໃຫຍ່ຄະນະສົ່ງເສີມການລົງທຶນຂອງໄທກ່າວຢູ່ນະຄອນຫຼວງບາງກອກວ່າ, ຫວັງວ່ານັກລົງທຶນຈີນໃນຂົງເຂດເຕັກນິກຊີວະພາບ, ນາໂນເຕັກໂນໂລຊີແລະເຕັກນິກດີຈິຕອນຈະມາລົງທຶນຢູ່ປະເທດຕົນແລະເສີມຂະຫຍາຍທ່າແຮງດ້ານເຕັກນິກ ເພື່ອຊ່ວຍປະເທດຕົນເຫຼືອໄທບັນລຸເປົ້າໝາຍຍຸດທະສາດທາງເສດຖະກິດ "ໄທ 4.0".

"ໄທ 4.0" ແມ່ນເປົ້າໝາຍຍຸດຖະສາດທາງເສດຖະກິດທີ່ລັດຖະບານປາຢຸດສະເໜີອອກມາໃນຫວ່າງມໍ່ໆນີ້ ກໍຄືພັດທະນາອຸດສາຫະກຳທີ່ມີມູນຄ່າເພີ່ມສູງດ້ວຍການປະດິດສ້າງແລະທາງເຕັກນິກ, ເພື່ອຍົກລະດັບແລະຫັນປ່ຽນຮູບແບບອຸດສາຫະກຳຂອງໄທ ແລະຜ່ານຜ່າຄວາມຫຍຸ້ງຍາກທີ່ຈະປະເຊີນຫຼັງເຂົ້າສູ່ໄລຍະສ້າງລາຍຮັບເປັນລາຍໄດ້ລະດັບປານກາງ ທັງເພີ່ມຄວາມສາມາດໃນການແຂ່ງຂັນ. ທ່ານນາງຫິຣັນຢາ ກ່າວວ່າ, ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຂອງຈີນສົ່ງເສີມໃຫ້ວິສາຫະກິດຈີນໄປຊອກຫາໂອກາດໃໝ່ຢູ່ຕ່າງປະເທດ, ນີ້ກໍເປັນການສະໜັບສະໜູນອັນໃຫຍ່ຫຼວງຕໍ່ຍຸດທະສາດການພັດທະນາຂອງໄທ, ຂະນະທີ່ໄທວາງແຜນເພື່ອຈະກາຍເປັນໃຈກາງຂອງຕະຫຼາດອາຊຽນທີ່ມີປະຊາກອນເກືອບ 600 ລ້ານຄົນ.

ທ່ານນາງຫິຣັນຢາກ່າວຕື່ມວ່າ, ປັດຈຸບັນ, ໄທມີນະໂຍບາຍບູລິມະສິດທີ່ຍົກເວັ້ນອາກອນລາຍໄດ້ຂອງວິສາຫະກິດພາຍໃນເວລາກຳນົດໃຫ້ແກ່ນັກລົງທຶນໃນຂົງເຂດ ເຕັກເນັກ ຊີວະພາບ, ນາໂນເຕັກໂນໂລຊີ, ເຕັກນິກວັດຖຸລະດັບສູງແລະຂົງເຂດດີຈິຕອນ ແລະກໍ່ໃຊ້ຍັງມີມາດຕະການສ່ວຍສາອາກອນຕ່າງໆເພື່ອສົ່ງເສີມໃຫ້ວິສາຫະກິດພາຍໃນແລະຕ່າງປະເທດເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ