ງານມະຫາກຳບຸນຊ້າງຄັ້ງທີXIຂອງລາວຈັດຂຶ້ນຢູ່ໄຊຍະບູລີ
2017-02-19 15:50:04  cri 


ວັນທີ 18 ກຸມພານີ້, ງານມະຫາກຳບຸນຊ້າງຄັ້ງທີ XI ຂອງລາວຈັດຂຶ້ນຢູ່ແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ທ່ານລຽນ ທິແກ້ວ ລັດຖະມົນຕີກະສິກຳແລະປ່າໄມ້ລາວ, ທ່ານນາງເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງ ອຸດສາຫະກຳແລະການຄ້າ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍປະ ຊາຊົນທ້ອງຖິ່ນນັກທ່ອງທ່ຽວພາຍໃນແລະຕ່າງປະເທດ.



ທ່ານຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ ປະທານຄະນະກຳມະການຈັດງານມະຫາ ກຳບຸນຊ້າງປະຈຳປີ 2017 ໄດ້ກ່າວວ່າ,ຈຸດປະສົງໃນການຈັດງານຄັ້ງນີ້ແມ່ນເພື່ອເປັນການ ສືບຕໍ່ເສີມຂະຫຍາຍຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າທີ່ໄດ້ມີວິຖີການດຳລົງຊີວິດຕິດພັນກັບຊ້າງມາແຕ່ດຶກດຳບັນ,ເພື່ອໃຫ້ທຸກຄົນຮັບຮູ້ບັນຫາກ່ຽວກັບຊ້າງຫຼາຍຂຶ້ນແລ້ວພ້ອມກັນອານຸລັກປົກປັກຮັກສາຊ້າງໃຫ້ສືບຕໍ່ຍືນຍົງຄົງຕົວຢູ່ຄູ່ກັບແຂວງໄຊຍະບູລີຕະຫຼອດໄປ,ເພື່ອເປັນການໂຄສະນາສົ່ງເສີມການທ່ອງທ່ຽວຢູ່ແຂວງໄຊຍະບູລີກໍ່ຄືຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ອງທ່ຽວຫຼາຍຂຶ້ນ.

ງານມະຫາກໍາບຸນຊ້າງຄັ້ງນີ້ເລີ່ມແຕ່ວັນທີ 13 ຮອດວັນທີ 18 ກຸມພານີ້, ເຊິ່ງໄດ້ຈັດມີກິດຈະກຳທີ່ຫຼາກຫຼາຍຮູບແບບແລະ ເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງໂດຍສະ ເພາະແມ່ນ: ການຕັກບາດ ອຸທິດສ່ວນກຸສົນໃຫ້ແກ່ຊ້າງ,ການປະກວດຊ້າງງາມ, ຂະບວນແຫ່ ຊ້າງຈຳນວນ 68 ໂຕ, ການແຫ່ຂະບວນແລະສະແດງການຟ້ອນຂອງ 8 ຊົນເຜົ່າແຂວງໄຊຍະບູລີ, ພິທີບາສີ—ສູ່ຂວັນຊ້າງ ແລະອື່ນໆ.ເຊິ່ງລວມທັງໝົດມີຊ້າງ 68 ເຊືອກໄດ້ເຂົ້າຮ່ວມງານ ມະຫາກຳຄັ້ງນີ້.



ໃນສະໄໝບູຮານ, ປະເທດລາວເອີ້ນວ່າ ດິນແດນລ້ານຊ້າງ, ຊ້າງເປັນສັດສັກສິດທີ່ເປັນຕົວ ແທນໃຫ້ແກ່ກຳລັງແຮງແລະ ສະຕິປັນຍາ. ແຂວງໄຊຍະບູລີເປັນແຂວງໜຶ່ງຂອງ ສປປ ລາວ ທີ່ມີຈຳນວນຊ້າງ 437 ເຊືອກ, ໃນນັ້ນ ຊ້າງປ່າ 60 ເຊືອກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ