ທ່ານ​ສີ​ຈີ້​ນພິງ​ແລະ​ປະທານາທິບໍດີ​ອາກຊັງ​ຕິນ​ສົ່ງ​ໂທລະ​ເລກ​ອວຍພອນ​ແກ່​ກັນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ສອງ​ປະ​ເທດສ້າງການພົວພັນ​ການ​ທູດ​ຄົບຮອບ 45 ປີ
2017-02-19 16:01:02  cri 

ວັນ​ທີ 19 ກຸມພາ​ນີ້, ທ່ານ​ສີ​ຈີ້​ນພິງ ປະ​ທານ​ປະ​ເທດ​ຈີນ​​ແລະ​ທ່ານ​​ໂມຣີຊີ​ໂອ ມາກຣີ ປະທານາທິບໍດີ​ອາກຊັງ​ຕິນ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ແກ່ກັນ​, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ສອງ​ປະ​ເທດ​ສ້າງການ​ພົວພັນ​ທາງການ​ທູດ​ຄົບຮອບ 45 ປີ.

ທ່ານ​ສີ​ຈີ້​ນພິງກ່າວໃນ​ໂທລະ​ເລກ​ອວຍພອນ​ວ່າ, ຈີນ​​ແລະອາກຊັງ​ຕິນ​ແມ່ນ​ເພື່ອນ​ມິດ​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຄູ່​ຮ່ວມທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ທາງການ​ທູດ​ຕະຫຼອດ 45 ປີມາ​ນີ້, ດ້ວຍ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ ​ຂະຫຍາຍຕົວ​ຍ່າງ​ວ່ອງໄວ. ປີຜ່ານ​ມານີ້, ຂ້າພະ​ເຈົ້າ​ກັບ​ທ່ານ​ໄດ້​​ພົບ​ປະກັນ​ສອງ​ເທື່ອ, ​ແລະ​ໄດ້​ບັນລຸ​ຂໍ້​ຕົກລົງ​ສຳຄັນກ່ຽວ​ກັບການເພີ່ມ​ທະວີການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົ​ງ​ເຂດ​ຕ່າງໆ. ​ແນວ​ໃດ​ກໍ​ດີ, ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ການ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາກຊັງ​ຕິນ​ໃນ​ລະດັບ​ສູງ, ຍິນ​ດີ​ພ້ອມ​ກັບ​ທ່ານ​ສ້າງ​ອະນາຄົດ​ອັນ​ດີງາມ​ກວ່າ​ເກົ່າ​ຂອງ​ການ​ພົວພັນ​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອສ້າງຄວາມຜາ​ສຸກໃຫ້​​ແກ່ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ.

​ທ່ານ​ມາກຣີກ່າວ​ໃນ​ໂທລະ​ເລກ​ອວຍພອນວ່າ, ຫຼັງ​ອາກຊັງ​ຕິນກັບ​ຈີນ​ສ້າງ​ການ​ພົວພັນ​ທາງການ​ທູດ​ເມື່ອປີ 1972 ​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ແລະ​ໄມຕີ​ຈິດ​ມິດຕະພາບລະຫວ່າງ​ສອງ​ຝ່າຍ​​ໄດ້​ເຂົ້າ​ສູ່​ລວງເລິກ​ຢ່າງ​ຕໍ່​ເນື່ອງ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໄດ້ຍົກ​ສູງ​ຂຶ້ນເປັນ​ຄູ່​ຮ່ວມດ​ທະ​ສາດ​ຮອບດ້ານທີ່​ເປັນ​ລະດັບ​ໃໝ່. ອາກຊັງ​ຕິນ​ແລະ​ຈີນ​ລ້ວນ​ແຕ່​ມີ​ວາລະ​ການ​ພັດທະນາ​ທີ່​ຍິ່ງໃຫຍ່, ສອງ​ຝ່າຍຄວນ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ຮັບ​ມື​ກັບ​ສິ່ງທ້າ​ທາຍ, ພັດທະນາ​ຮ່ວມ​ກັນ​ແລະ​ເສີມ​ສ້າງຄວາມຜາສຸກ​​ໃຫ້​ແກ່ປະຊາຊົນ​ສອງ​ຊາດ.  ​ແນວ​ໃດ​ກໍ​ດີ,​ອາກຊັງ​ຕິນຍິນ​ດີ​ພະຍາຍາມ​ຮ່ວມກັບ​​ຈີນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ພັດທະນາ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ