ການ​ພັດທະນາ​ແມ່​ນຊ່ອງ​ທາງ​ທີ່​ສຳຄັນ​​ໃນ​ການ​ປ້ອງ​ກັນບໍ່​ໃຫ້​ເກີດການ​ປະ​ທະ​ກັນ
2017-02-19 17:49:08  cri 

​ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ໃນວັນ​ທີ 18 ກຸມພາ​ນີ້ຢູ່​ມິ​ວນິກປະ​ເທດ​ເຢຍລະ​ມັນວ່າ,​ໂດຍປະ​ເຊີນ​ໜ້າ​ກັບ​ສະຖານະ​ການສາກົນທີ່​ອ່ອນ​ໄຫວ, ການ​ພັດທະນາກໍ​ແມ່ນ​ຊ່ອງ​ທາງ​ອັນ​ສຳຄັນ​​ໃນ​ການປ້ອງ​ກັນ​ບໍ່​ໃຫ້​ເກີດການ​ປະ​ທະ​ກັນ.

ທັງ​ນີ້, ທ່ານ​ກູ​ເຕີ​ເຣສ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມນະ​ໂຍບາຍ​ຄວາມ​ໝັ້ນຄົງ​ມິ​ວນິກຄັ້ງ​ທີ 53 ​ໃນ​ວັນ​ດັ່ງກ່າວ​ວ່າ:​ ປັດຈຸບັນ​ນີ້, ທ່ວງທ່າ​ດ້ານ​ຕ່າງໆ​ໃນທົ່ວ​ໂລກ​ເຊັ່ນ, ການປ່ຽນ​ແປງດິນ​ຟ້າ​ອາກາດ, ປະຊາກອນ​ເພີ່ມ​ຂຶ້ນ​ຫຼາຍ​ເກີນ​ຄວນ, ​ຄວາມ​ປອດ​ໄພ​ດ້ານອາຫານ​ມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ​ເປັນ​ຕົ້ນ​ໄດ້​ມີ​ສ່ວນ​ກ່ຽວ​ພັນກັນ​ແລະ​ກັນ, ສົ່ງ​ຜົນ​ເຮັດ​ໃຫ້​ເກີດການ​ແກ້ງ​ແຍ້ງກັນ​ທາງ​ຊັບພະຍາກອນຢ່າງ​ດຸ​ເດືອດ​ແລະ​ເຮັດ​ໃຫ້​ການ​ປະ​ທະກັນ​ທີ່​ເກີດ​ຂຶ້ນ​ໃນ​ບໍລິ​ເວນທົ່ວ​ໂລກມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ເພີ່ມ​ຂຶ້ນ.

ທ່ານ​ກູ​ເຕີເຣສ​ເຫັນ​ວ່າ, ການ​ພັດທະນາ​ສາມາດ​ເ​ຮັດ​ໃຫ້​ປະ​ເທດອະທິປະ​ໄຕ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ເຂັ້ມ​ແຂງ​ກວ່າ​​ເກົ່າ​ແລະ​ມີ​ຄວາມ​ໜຽວ​ແໜ້ນ​ກວ່າ​ເກົ່າ​ແລະ​ກໍ​ສາມາດ​ຫຼີກ​ສ່ຽງ​ທີ່ຖະຫຼົງ​ເຂົ້າ​ໃນ​ການ​ປະ​ທະ​ກັນ.

ທ່ານກູ​ເຕີ​ເຣສ​ຊີ້​ອອກ​​ເປັນພິ​ເສດ​ວ່າ, ຊາວ​ໜຸ່ມ​ຫວ່າງ​ງານ​ແມ່ນໜຶ່ງ​ໃນ​ຄວາມ​ສ່ຽງ​ຕົ້ນຕໍ​ທີ່​ຄວາມ​ໝັ້ນຄົງ​ທົ່ວ​ໂລກປະ​ເຊີນ​ໜ້າ​, ​ເພາະວ່າ​ນີ້​​ໄດ້​​ເປັນໂອກາດ​ຂອງ​ກຸ່ມຫົວ​ຮຸນ​ແຮງ​​ໃນ​ການ​ຂະຫຍາຍ​ກຳລັງ​ພົນ​ຂອງ​ຕົນ.

ທ່ານ​ກູ​ເຕີ​ເຣສກ່າວ​ຕື່ມວ່າ, ​ເພື່ອ​ຊຸກຍູ້​​ໃຫ້ບັນລຸ​ເປົ້າ​ໝາຍ​ການພັດທະນາ​ແບບ​ຍຶນຍົງ, ອົງການສະຫະ​ປະຊາ​ຊາດ​ພວມ​ລົງ​ເລິກ​ການ​ປະຕິ​ຮູບ, ​ທັງ​ຈະສະໜັບສະໜູນ​ບັນດາ​ປະ​ເທດ​ຂຸດ​ຄົ້ນ​ຊັ​ບພະຍາກອນ​ຂອງ​ຕົນ​ເພື່ອບັນລຸ​ການ​ພັດທະນາ.

ທ່ານ​ກູ​ເຕ​ເຣສຍັງ​ຕີ​ລາຄາ​ສູງ​ຕໍ່ຜົນ​ສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ຫຼຸດ​ຄວາມທຸກ​ຍາກ. ທ່ານ​ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ບໍ່​ຄວນຈະ​ຫຼົງ​ລືມ​ທີ່ປະ​ເທດ​ຈີນ​ແມ່ນ​ປະ​ເທດທີ່​ໄດ້ປະກອບສ່ວນຫຼາຍ​ທີ່​ສຸດ​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​​ທົ່ວ​ໂລກ​ໃນ 10 ປີ​ຜ່ານ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ