ຄະນະ​ຜູ້​ແທນ​ຈີນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ວຽກ​ງານ​ປ້ອງ​ກັນຊາ​ດສາກົນ​ອາ​ບູດາ​ບີ​ຄັ້ງ​ທີ 13
2017-02-20 10:51:27  cri 
ງານ​ວາງສະ​ແດງ​ວຽກ​ງານ​ປ້ອງ​ກັນຊາ​ດສາກົນ​​ຄັ້ງ​ທີ 13 ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 5 ວັນ​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ແຫ່ງ​ຊາດ​ນະຄອນຫຼວງ​ອາ​ບູດາ​ບີ​ປະ​ເທດ​ສະຫະລັດ​ອາຣັບ​ເອມີ​ເຣດ​ໃນ​ວັນ​ທີ 19 ກຸມພາ​ນີ້ ​​ໂດຍຄະນະ​ຜູ້​ແທນ​ຈີນ​ທີ່​ປະກອບ​ດ້ວຍ​ບໍລິ​ສັດ​ການ​ຄ້າ​ການ​ທະຫານ 8 ​ແຫ່ງ ​ເຊິ່ງນຳ​ໂດຍ​ກົມ​ອຸດສາຫະກຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນຊາ​ດຈີນ​ໄດ້​ເຂົ້າ​ຮ່ວມ​ ​​​ໃນການວາງສະ​ແດງ​ເຖິງ 1458 ຕາ​ແມັດ ​​ເຊິ່ງຖື​ວ່າ​​​ເປັນສະຖິຕິ​ໃໝ່​ໃນ​ປະຫວັດ​ການ​ເຂົ້າ​ຮ່ວມ​ງານ​ດັ່ງກ່າວ​ຂອງ​ຈີນ.

ໃນ​ໄລຍະ​ດັ່ງກ່າວ, ຄະນະ​ຜູ້​ແທນ​ຈີນ​ຍັງ​ຈະມອບ​ໃຫ້ບໍລິສັດ​ການ​ຄ້າ​ການ​ທະຫານ​ເຈລະຈາ​ການ​ຄ້າ​ການ​ທະຫານ​ກັບປະ​ເທດ​ແລະ​ເຂດ​ແຄວ້ນກ່ຽວຂ້ອງ.

ງານ​ວາງສະ​ແດງ​ວຽກ​ງານ​ປ້ອງ​ກັນຊາ​ດສາກົນ​ອາ​ບູດາ​ບີຈັດຂຶ້ນ​ເມື່ອ​ປີ 1993 ​​ແລະ​ໄດ້​ຈັດ​ຂຶ້ນສອງ​ປີເທື່ອ​ໜຶ່ງ​ແລະປັດຈຸບັນກໍໄດ້​ກາຍ​ເປັນ​ງານ​ວາງສະ​ແດງ​ວຽກ​ງານ​ປ້ອງ​ກັນຊາ​ດທີ່​ໃຫຍ່​ທີ່​ສຸດ​ແລະ​ມີ​ຊື່ສຽງ​ຫຼາຍ​ທີ່​ສຸດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ຕົກ​ແລະ​ອາ​ຟຣິກກາ​ເໜືອ ທັງ​ເປັນ​ໜຶ່ງ​ໃນ​ບັນດາ​ງານ​ວາງສະ​ແດງ​ອຸດສາຫະກຳ​ການ​ທະຫານ,ອາວຸດ​ຍຸດ​ໂທ​ປະກອນ​ປ້ອງ​ກັນຊາ​ດລະດັບ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ