ຫຼຽນ​ລາງວັນ​ໃນງານ​ກິລາ​ໂອ​ລິ​ມປິກ​​ໂຕກຽວຈະ​ຜະລິດ​ດ້ວຍ​ມື​ຖື​ເກົ່າ
2017-02-20 15:33:44  cri 
ສື່​ຕ່າ​ງປະ​ເທດ​ລາຍ​ງານ​ວ່າ: ຫຼຽນ​ຄຳ,ຫຼຽນ​ເງິນ​ແລະ​ຫຼຽນ​ທອງ​​ໃນງານ​ກິລາ​ໂອ​ລິ​ມປິກ​ໂຕ​ກຽວ2020​ຈະ​ຜະລິດ​ດ້ວຍ​ມື​ຖື​ເກົ່າ.

ຢູ່​ຍີ່ປຸ່ນ​ໄດ້​ຕັ້ງ​ກັບບໍລິຈາກ​ເພື່ອ​ໃຫ້​ທຸກຄົນ​ນຳ​ເອົາ​ຊິ້ນສ່ວນ​​ໂລຫະເກົ່າ​ແກ່​ຕ່າງໆບໍລິຈາກ​ແລະຈາກ​ນັ້ນຈະນຳຊິ້ນ​ສ່ວນ​ຕ່າງໆ​ເຫຼົ່າ​ນີ້​ໄປຜະລິດ​ຫຼຽນ​ລາງວັນ​​ໃນງານ​ກິລາ​ໂອ​ລິ​ມປິກ ​ເຊິ່ງ​ໃນ​ມື້​ທຳ​ອິດມີ 100 ກວ່າ​ຄົນ​ໄດ້ບໍລິຈາກ​ມື​ຖື​ທີ່​ເຊົາ​ໃຊ້​ແລ້ວ​ບໍລິຈາກ. ຂ່າວ​ແຈ້ງວ່າ, ມາດ​ຕະການ​ດັ່ງກ່າວ​ນັ້ນ​ການປະຢັດ​ຄ່າ​ໃຊ້​ຈ່າຍ​​ໃນ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ໂຕ​ກຽວ 2020, ຂະນະ​ທີ່​ຍີ່ປຸ່ນ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ​ໄດ້​ອະນຸມັດ​ງົດ​ປະມານ​ແລ້ວ 25 ຕື້​ໂດ​ລາ​ສະຫະລັດ. ຈາກ​ນີ້, ລັດຖະບານ​ຍີ່ປຸ່ນ​ຈິ່ງ​ຫວັງ​ຈະຮັບ​ໂຮມ​ໂລຫະປະມານ 8 ​ໂຕນ​ເພື່ອ​ຜະລິດ​ຫຼຽນລາງວັນ​​ໃນງານກິລາ​ໂອ​ລິ​ມປິກທີ່​ຈະ​ມາ​ເຖິງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ