ເກີດ​ເຫດ​ລະ​ເບີດ​ລົດຍົນຢູ່​ໂຊ​ມາລີ ​ເສຍ​ຊີວິດ 30 ຄົນ
2017-02-20 11:06:28  cri 

​ ​ເຈົ້າໜ້າ​ທີ່ຂະ​ແໜງ​ຂ່າວ​ລັບໂຊ​ມາລີ ຢືນຢັນ​ໃນ​ວັນ​ທີ 19 ກຸມພາ​ນີ້​ວ່າ: ຢູ່​ຕະຫຼາດ​ແຫ່ງ​ໜຶ່ງ ນະຄອນຫຼວງ​ໂມ​ກາ​ດີ​ຊູ ປະ​ເທດ​ຕົນ ​ໄດ້​ເກີດ​ເຫດ​ຫຼອນ​ໂຈມ​ຕີ​ດ້ວຍລະ​ເບີດ​ລົດຍົນ​​ໃນ​ວັນ​ດັ່ງກ່າວ ສົ່ງ​ຜົນ​ເຮັດ​ໃຫ້ຢ່າງ​ໜ້ອຍ 30 ຄົນ​ເສຍ​ຊີວິດ ​ແລະ ຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

ທັງ​ນີ້, ​ເຈົ້າໜ້າ​ທີ່​ກົມຂ່າວ​ລັບ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໂຊ​ມາລີ ​ໄດ້​ບອກ​ນັກ​ຂ່າວ​ວ່າ: ​ເຫດ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນຢູ່​ຕະຫຼາດ​ແຫ່ງ​ໜຶ່ງ ​​ເມືອງ​ວາດາ​ຈີ ນະຄອນຫຼວງ​ໂມ​ກາ​ດີ​ຊູ ຂະນະ​ທີ່ມີ​ຄົນຢ່າງໜາ​ແໜ້ນ ສົ່ງຜົນ​ເຮັດ​ໃຫ້​ທະຫານ​ແລະ​ປະຊາຊົນຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ໃນ​ຈຳນວນຜູ້​ເສຍ​ຊີວິດນັ້ນສ່ວນຫຼາຍ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ. ປັດຈຸບັນ, ຜູ້​​ໄດ້​ຮັບ​ບາດ​ເຈັບ​ກໍ​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ໃກ້ບໍລິ​ເວນ​ນັ້ນ​ແລ້ວ ​ແລະ​ເນື່ອງ​ຈາກ​ແຮງ​ລະ​ເບີດ​​ແຮງສົມຄວນ ຄາດ​ວ່າຈຳນວນ​ຜູ້​ເສ​ຍຊີວິດ​ແລະ​ບາດ​ເຈັບ​​ອາດ​ຈະ​ເພີ່ມ​ຂຶ້ນອີກ.
ປັດຈຸ​ບັນ ຍັງ​ບໍ່​ທັນ​ມີ​ອົງການ​ໃດ​ອອກ​ມາ​ກ່າວ​ອ້າງ​ຄວາມ​ຮັບຜິດຊອບ​ເຫດການ​ດັ່ງກ່າວ​ເ​ທື່ອ, ​ແຕ່​ກ່ອນໜ້າ​ນີ້, "ພັກຊາວ​ໜຸ່ມ" ​ເຊິ່ງ​ເປັນ​ກຸ່ມ​ຫົວຮຸນ​ແຮງ​ໂຊ​ມາລີ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ກຸ່ມ​ອານ ​ເຄດາ ​ໄດ້​ກໍ່​ເຫດການ​ໃນລັກສະນະ​ຄ້າຍຄື​ກັນ​ເລື້ອຍໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ