ອາ​ຊຽນ​ແລະ​ຈີນ​ຫາລື​ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້
2017-02-20 17:06:27  cri 
ວັນ​ທີ 19 ກຸມພາ​ນີ້,ຢູ່​ເກາະ​ໂບຣາ​ເກ ປະ​ເທດ​ຟິລິບ​ປິນ,​ເຈົ້າ​ໜ້າ​ທີ່​ການ​ທູດ​ປະ​ເທດ​ອາ​ຊຽນ​​ໄດ້ເລີ່​ມຫາລື​ລະດັບ​ສູງ​ກ່ຽວກັບ​ກົດ​ແຫ່ງ​ການ​ປະ​ພຶດຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ຫວັງ​ວ່າ​ຈະ​ສາມາດ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດພາຍ​ໃນ​ປີ​ນີ້​ເພື່ອ​ຜ່ອນຄາຍ​ສະຖານະ​ການ​ທີ່​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຈີນ​ໃຕ້.

ໜັງສືພິມ​ທຸລະ​ກິດ​ຟິລິບ​ປິນລາຍ​ງານ​ໃນ​ວັນ​ທີ 20 ກຸມພາ​ນີ້​ວ່າ,ຫຼັງຈີນ​ແລະ​ອາ​ຊຽນ​ມີ​ຄວາມຄວາມ​ອົດກັ້ນ​ແລະ​ຫຼີກ​ເວັ້ນການ​ຍຶດຄອງ​ເກາະ​ດອນ​ເຂດ​ພິພາດ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ຖະ​ແຫຼງການປີ 2002,ທັງສອງ​ຝ່າຍ​ກໍລ້ວນ​ແຕ່​ພະຍາຍາມ​ສ້າງ​ຂອບ​ດັ່ງກ່າວ.

ທ່ານ​ຊານ​ສ ​ໂຈ​ເຊ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນກ່າວ​ວ່າ,ອາ​ຊຽນມີ​ຄວາມພະຍາຍາມ​ຫຼາຍທີ່​ສຸດ​ເພື່ອຫາລືກົດ​ແຫ່ງ​ການ​ປະພຶດ​ນີ້,​ແຕ່​ຍັງ​ຕ້ອງ​ໃຊ້​ເວ​ລາ.​ແນວ​ໃດ​ກໍ​ດີ,​ກົດ​ແຫ່ງ​ການ​ປະ​ພຶດຍັງ​ຄົງ​ມີ​ປະ​ໂຫຍ​ດຕໍ່​ການ​ຄວບ​ຄຸມ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ໃນ​ອະນາຄົດ​ເຊິ່ງ"ການ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້​ນຄົງ​ແລະ​ຄວບ​ຄຸ​ມສະຖານະ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ພາກ​ພື້ນ​ນີ້​ນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຄົນ."

ລາຍ​ງານ​ຍັງ​ກ່າວ​ວ່າ,ກ່ອນ​ໜ້າ​ນີ້,ທ່ານ​ເປີ​ເຟັກ​ໂຕ ຢາ​​​ເຊ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນກ່າ​ວວ່າ,ຟິລິບ​ປິນຈະ​ບໍ່​ຫາລື​ຜົນການ​ຕັດສິນ​ຄະດີຂອງ​ອະນຸຍາ​ໂຕ​ຕຸລາການ​ຕໍ່ບັນຫາ​ທະ​ເລ​ຈີນ​ໃຕ້​ແຕ່​ປະການ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ