ເຂດ​ກວາງຊີ​ຈີນ​ແລະ​ອາ​ຊຽນຮ່ວມ​ມື​ສ້າງ​ວົງ​ຮ່ວມ​ມື​ປະດິດ​ສ້າງ​ຢາ​ພື້ນ​ເມືອງ​ຈີນ
2017-02-20 17:09:06  cri 
​ຕາມ​ຂ່າວສານ​ຈີນ:​ໃນກອງ​ປະຊຸມ​ສຳ​ມະ​ນາ​ການ​ການ​ຮ່ວມ​ມື​ປະດິດ​ສ້າງ​ແລະ​ພັດທະນາ​ຂະ​ແໜງການ​ຢາ​ພື້ນ​ເມືອງ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ​ເຂດ​ກວາງຊີ​ຈີນ​ໃນ​ວັນ​ທີ 19 ກຸມພາ​ນີ້,ທ່ານ​ເສົາ​ຄຸນ​ຮວາ ຫົວໜ້າ​ພະ​ແນ​ກວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເຂດ​​ປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງຊີ​ຈີນກ່າວ​ວ່າ,​ເຂດ​ກວາງຊີ​ຈະ​ສ້າງ​ວົງ​ແຫ່ງການ​ຮ່ວມ​ມື​ປະດິດ​ສ້າງສາ​ກົນ​ຂະ​ແໜງ​ການ​ຢາ​ພື້ນ​ເມືອງ​ຈີນ​ກັບ​ອາ​ຊຽນຕາມ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

​ຫຼັງ​ເຫັນ​ທ່າ​ແຮງດ້ວຍ​ການ​ມີຢາ​ພື້ນ​ເມືອງ​ທີ່​ອຸດົມສົມບູນ​ແລະ​ໃກ້​​ເຂດ​ຮົງ​ກົງ,ມາ​ກາວ,​ໄຕ້​ຫວັນ​ຈີນ​ແລະ​ອາ​ຊຽນ​,​ເຂດ​ກວາງຊີ​ຈະກໍ່ສ້າງ​ສູນ​ປະຕິບັດ​ຕົວ​ຈິງ​ເພື່ອ​ເຮັດ​ໃຫ້ນັກ​ວິຊາ​ການ​ຂອງ​ທ້ອງ​ຖິ່ນ​ແລະ​​ເຂດ​ຮົງ​ກົງ,ມາ​ກາວ​ເຊື່​ອມ​ໂຍງ​ກັນພ້ອມ​ທັງ​ໂຄສະນາ​ມູນ​ເຊື້ອ​ຂອງ​ຂະ​ແໜງການ​ຢາ​ພື້ນ​ເມືອງ​ຈີນ​​ຕໍ່​ພາກ​ພື້ນ​ອາ​ຊຽນ.

ອີງ​ຕາມ​ແຜນ​ການ​ແລະ​ຕາມ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ນັ້ນ,​ເມື່ອ​ເຖິງປີ 2025,​ເຂດ​ກວາງຊີ​ຈະ​ສ້າງ​ຕັ້ງ​ວົງ​ແຫ່ງ​ການ​ຮ່ວມ​ມື​ປະດິດ​ສ້າງ​ຢາ​ພື້ນ​ເມືອງ​ຈີນ​ເຂດ​ກວາງຊີ,​ເຂດ​ຮົງ​ກົງ,​ເຂດ​ມາ​ກາວ,​​ເຂດ​ໄຕ້​ຫວັນ​ຈີນ​ແລະ​ອາຊຽນ​ເພື່ອ​ຊຸກຍູ້​ຊັບພະຍາກ​ອນຢາ​ພື້ນ​ເມືອງ​ຂອງ​ເຂດ​ກວາງຊີ​ກ້າວ​​ໄປ​ສູ່​ແຂວງ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ດ້ານ​ຊັບພະຍາກອນ​ແລະ​ສ້າງໃຫ້​ເປັນ​ແຂວງ​ອຸດສາຫະກຳ​ຢາພື້ນ​ເມືອງ​ທີ່​ມີ​ມູນ​ຄ່າ​ເປັນ​ຮ້ອຍ​ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ