ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​​ເຊຍ
2017-02-21 16:32:09  cri 
ຕາມ​ຂ່າວສານ​ຈີນ:​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຸ່ມ 20 ປະ​ເທດ​ກ່ອນ​ໜ້າ​ນີ້,ທ່ານ​ຫວັງ​ຢີ້ ລັດຖະມົນ​ຕີກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຣັດ​ໂນ ມາ​ຊູ​ດີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ຢູ່​ເມືອງ​ບອນ​ປະ​ເທດ​ເຢຍລະ​ມັນ.

ທ່ານ​ຫວັງ​ຢີ້ກ່າວ​ວ່າ,ອິນ​​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ສຳຄັນ​ລຽບ​ຕາມ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21"​ແລະ​ຈາກ​ນີ້​ທັງສອງ​ປະ​ເທດ​ຄວນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ​ຕື່ມ​ອີກ​ເພື່ອ​ບັນລຸ​ການ​ພ້ອມ​ກັນ​ພັດທະນາ.ຂະນະ​ດຽວກັນ​ກໍຫວັງ​ວ່າ​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຊຸກຍູ້​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸ​ງທີ່​ເປັນ​ໂຄ​ງ​ການ​ຂີດ​ໝາຍ​ແຫ່ງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ທ່ານ​ເຣັດ​ໂນ​ກ່າວ​ວ່າ,ການ​ພົວພັນ​ອິນ​ໂດ​ເນ​ເຊຍ​ແລະ​ຈີນ​ໄດ້​ຮັບ​ການ​ຊຸກຍູ້​ສົ່ງ​ເສີມ​ດີ​ຫຼາຍ​ເຊິ່ງ ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ປາ​ຖະໜາ​ອັນ​ແຮງ​ກ້າ​​ໃນການ​ພັດທະນາ​ການ​ພົວພັນ​ສອງ​ປະ​ເທດ​ຢ່າງຮອບດ້ານ​ແລະ​ຍິນ​ດີ​ລົງ​ເລິກ​ກົນ​ໄກ​ສົນທະນາ​ທີ່​ມີ​ໃນ​ປັດຈຸ​ບັດ​ກັບ​ຈີນ​ເພື່ອ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ "​ຈຸດ​ເສົາຄ້ຳ​ທາງ​ທະ​ເລ​ທົ່ວ​ໂລກ"ຂອງ​ອິນ​ໂດ​ເນ​ເຊຍ​ກັບຂໍ້​ລິ​ເລີ່​ມ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ"ຂອງ​ຈີນ​ໃຫ້​ດີກ​ວ່າ​ເກົ່າ​ທັງຍົກ​ສູຸງຄຸນ​ນະພາ​ບ​ແລະ​ລະດັບ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ລົງທຶນ,ກະສິກຳ,ທະ​ເລ​ແລະ​ອື່ນໆ​ຕື່ມ​ອີກ.
ນອກ​ນີ້,ລັດຖະມົນຕີ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​​ໃນ​ການຫາລື "​ກົດ​ແຫ່ງ​ການ​ປະພຶດຢູ່​ທະ​ເລ​ຈີນ​ໃຕ້".
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ