ແຂວງ​ຢຸນນານ​ແລະ​ບັງ​ກຣາ​ເດັດ​ພ້ອມ​ຊຸກຍູ້​ກນທ່ອງທ່ຽວ​ຂ້າມ​ຊາຍ​ແດ​ນ
2017-02-20 10:51:46  cri 
ຕາມ​ຂ່າວCRI: ຄະນະ​​ໂຄສະນາຊັບພະຍາກອນທ່ອງ​ທ່ຽວ​ແຂວງ​ຢຸນນານ​ຢູ່​ປະ​ເທດ​ອາຊີ​​ໃຕ້​ໄດ້​ຈັດ​ງານ​ສຳ​ມະ​ນາ​ຢູ່​ນະຄອນຫຼວງ​ດາ​ກາປະ​ເທດ​ບັງ​ກຣາ​ເດັດ​ໃນ​ວັນ​ທີ 19 ກຸ​ມພາ​ນີ້, ​ໂດຍ​ໄດ້ດຳ​ເນີນ​ການ​ແລກປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕົວ​ຈິງ​ດ້ານ​ຊັບພະຍາກອນ​ທ່ອງ​ທ່ຽວ​ລະຫວ່າງ​​ແຂວງ​ຢຸນນານ​ກັບ​ບັງ​ກຣາ​ເດັດ ຕາມ​ຍຸດ​ທະ​ສາດສ້າງແລວ​ທາງ​ເສດຖະກິດ​ບັງ​ກຣາ​ເດັດ, ຈີນ, ອິນ​ເດຍ​ແລະ​ມຽນມາ.

ທ່ານ​ເວີນຊູ​ສົງ ຮອງ​ຫົວໜ້າ​ຄະນະ​ກຳມາ​ທິການ​ພັດທະນາ​ການທ່ອງທ່ຽວ​​ແຂວງ​ຢຸນນານ​ກ່າວ​ວ່າ, ​ແຂວງ​ຢຸນນານ ​ກັບ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ອາຊີ​ໃຕ້​ຮ່ວມ​ກັນ​ພັດທະນາ​ຊັບພະຍາກອນ​ທ່ອງ​ທ່ຽວ​ບັງ​ກຣາ​ເດັດ, ຈີນ, ອິນ​ເດຍ ​ແລະ​ມຽນມາ, ​ແລະ​ບຸກ​ເບີກ​ຕະຫຼາດ​ທ່ອງ​ທ່ຽວ​ສາກົນ​ ​ແມ່ນ​​ເງື່ອນ​ໄຂທີ່​ສຸກ​ງອມ​ແລ້ວ.​ ​ສຳລັບແຂວງ​ຢຸນນານ ​ແລະ​ບັງ​ກຣາ​ເດັດນັ້ນ ​ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່ ວົງ​ທ່ອງ​ທ່ຽວ​ໃຫຍ່​ບັງ​ກຣາ​ເດັດ, ຈີນ, ອິນ​ເດຍ​ ​ແລະ​ມຽນມາ.

​ແຂວງ​ຢຸນານ​ແລະ​ບັງກຣາ​ເດັດ​ໄດ້​ເປັນ​ເອກະ​ພາບ​ກັນຈະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ວົງ​ທ່ອງ​ທ່ຽວ​ໃຫຍ່​ບັງ​ກຣາ​ເດັດ, ຈີນ​, ອິນ​ເດຍ ​ແລະ​ມຽນມາ ລວມທັງສ້າງ​ແຜນການສະໜອງນັກ​ທ່ອງ​ທ່ຽວ​ເຊິ່ງກັນ​ແລະ​ກັນ, ບຸກ​ເບີກ​ຕະຫຼາດ​ທ່ອງ​ທ່ຽວ​ໃນ​ກິດຈະກຳ​ສາກົນ​ສຳຄັນ​ຕ່າງໆ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ເທື່ອ​ລະ​ກ້າວ, ສະ​ແຫວ​ງຫາ​ການ​ພັດທະນາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ