​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສອາ​ເປັກ 2017 ຄັ້ງ​ທຳ​ອິດ​​ຈັດ​ຂຶ້ນ​ຢູ່​ເມືອງ​ຍາ​ຈາງຂອງ​ຫວຽດນາມ
2017-02-20 14:22:19  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສອາ​ເປັກ 2017 ຄັ້ງ​ທຳ​ອິດ​ ​ແລະ​ກອງ​ປະຊຸມ​​ທີ່​ກ່ຽວ​ຂ້ອງ ໄດ້​ຈັດ​ຂຶ້ນ​ຢູ່​ເມືອງຍາ​ຈາງ ທາງ​ພາກ​ກາງຫວຽດນາມ ​​ໃນ​ວັນ​ທີ 18 ກຸມພາ ​ແລະ​ຈະ​ດຳ​ເນີນ​ໄປ​ຈົນ​​ເຖິງ​ວັນ​ທີ 3 ມີນາ ​ແລະ​ໃນກອງ​ປະຊຸມດັ່ງກ່າວ, ຈະ​ມີກອງ​ປະຊຸມ​ສຳ​ມະ​ນາ ​ແລະ​ກອງ​ປະຊຸມປຶກສາ​ຫາລື​ກັນ​ເຖິງ 56 ຮອບ.

ສຳນັກງານ​ເລຂາ​ອາ​ເປັກ​ 2017 ​​ເປີດ​ເຜີຍ​ວ່າ, ຜູ້​ແທນ 1700 ກວ່າ​ຄົນ​ທີ່​ມາ​ຈາກ 21 ສະມາຊິກກຸ່ມ​ເສດຖະກິດ, ສ​ະພາ​ມົນຕີ​ຮ່ວມ​ມື​ທາງ​ເສດຖະກິດ​ມະຫາ​ສະມຸດ​ປາຊີ​ຟິກ, ສະພາ​ມົນຕີ​ທີ່​ປຶກສາ​ອຸດສາຫະກຳ​ການ​ຄ້າ​ອາ​ເປັກ, ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ພາກ​ພື້ນ ​ແລະ​ວົງ​ການ​ວິ​ສາ​ຫະກິດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​.

ນອກ​ນີ້, ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ຍັງ​ຈະ​ປຶກສາ​ຫາລື​ຫົວ​ຂໍ້​ບູລິ​ມະ​ສິດ​ດ້ານ​ການ​ຮ່ວມ​ມື​ຂອງ​ອາ​​ເປັກ 2017, ຫົວຂໍ້​ບູລິ​ມະ​ສິດ​ຂອງ 4 ຄະນະ​ກຳມາ​ທິການ​ໃຫຍ່​ຄື ການ​ຄ້າ​ແລະ​ການ​ລົງທຶນ, ​ເສດຖະກິດ, ​ເຕັກນິກ ​ແລະ​ການ​ຄຸ້ມ​ຄອງ​ງົບປະມານ, ພ້ອມ​ດ້ວຍ​ແຜນການ​ແລະ​ທິດ​ທາງ​ການ​ຮ່ວມ​ມື​ອາ​ເປັກ 2017. ກອງ​ປະຊຸມ​ສຸດ​ຍອດ​ອາ​ເປັກ 2017 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນດາ​ນັງ ທາງ​ພາກ​ກາງຂອງ​ຫວຽດນາມ ​ໃນ​ເດືອນ​ພະຈິກ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ