5 ​ປະ​ເທດ​ບຣິກສ໌ຈະ​ສ້າງ​ຕັ້ງ​ອົງການ​ປະ​ເມີນລະດັບ​ສິນ​ເຊື່ອ​ສາກົນ​ອິດສະຫຼະ
2017-02-20 15:03:47  cri 
ຕາມ​ຂ່າວCRI: ຫວ່າງ​ແລ້ວ​ນີ້, "ໜັງສືພິມ​ການ​ຄ້າ​ລາຍ​ວັນ" ​ເກນ​ຢາ​ໄດ້​ພິມ​ບົດ​ຄວາມ​ ​ກຽມສ້າງ​ຕັ້ງ​ອົງການ​ປະ​ເມີນ​ລະດັບ​ສິນ​ເຊື່ອ​ສາກົນອິດສະຫຼະຂອງ 5 ປະ​ເທດ​ບຣິກສ໌.

ບົດ​ຄວາມ​ຂຽນ​ວ່າ, ຄວາມ​ຄິດ​ທີ່​ສ້າງ​ຕັ້ງ​ອົງການ​ປະ​ເມີນ​ອິດສະຫຼະ​ໄດ້​ສະ​ເໜີ​ອອກ​ມາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ກອງປະ​ຊຸມ​ສຸດ​ຍອດ​ອຸ​ຟາ 5 ປະ​ເທດ​ບຣິກສ໌ 2015 ​ແລະໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ໃນ "ຖະ​ແຫຼ​ງການ​ໂກ​ອາ". ປັດຈຸບັນ, ກຸ່ມ​ປະ​ເທດ​ບຣິກສ໌​ໄດ້​ຮຽກ​ໂຮມ​ຜູ້​ຊ່ຽວຊານ​ການ​ທະນາຄານ ​ເພື່ອ​ປຶກສາ​ຫາລື​ຮູບ​ແບບ​ການ​ຄ້າ ​ແລະ​ວິທີ​ຄິດ​ໄລ່​ທີ່​ກ່ຽວຂ້ອງ ​ເພື່ອ​ສ້າງ​ຕັ້ງ​ອົງການ​ປະ​ເມີນ​ລະດັບ​ສິນ​​ເຊື່ອ.

ບົດ​ຄວາມ​ຍັງ​ຂຽນ​ວ່າ, ການ​ທີ່​ໄດ້ປືກສາ​ຫາລື​ສ້າງ​ຕັ້ງ​ອົງການ​ປະ​ເມີນ​ລະດັບ​ສິນ​ເຊື່ອ​ຂຶ້ນ​ນີ້​ເນື່ອງ​ຈາກ​ມາດຕະຖານ​ປະ​ເມີນ​ຂອງ 3 ອົງການ​ປະ​ເມີນ​ລະດັບ​ສິນ​ເຊື່ອ​ໃນ​ໂລກ ຄື ສ​ແຕນ​ດາກ​ແອນ​ພົວ, ມູດີ​ສ໌ ​ແລະFTICH ​ແມ່ນ​ປະ​ເທດ​ທີ່​ພັດທະນາ​ແລ້​ວວາງ​ອອກ ​ເຊິ່ງມີ​ຄວາມ​ເຫັນທີ່​ລຳອຽງດ້ານ​ການ​ເມືອງ​ຕໍ່​ການ​ປະ​ເມີນ​ລະດັບ​ສິນ​ເຊື່ອ​ຂອງ​ປະ​ເທດ​ພວມ​ພັດທະນາ​ແລະ​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່ ນຳ​ໄປ​ສູ່​ການ​ເຮັດ​ໃຫ້​ຫຼາຍ​ຝ່າຍ​ບໍ່ພໍ​ໃຈ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ