ສານ​ລັດຖະທຳ​ມະນູນ​ສ​ເກົາຫຼີ​ຈະ​ແຈ້ງວັນ​ເວລາ​ພິຈາລະນາ​ຄະດີ​ປະທານາທິບໍ​ດີ​ຄັ້ງ​ສຸດ​ທ້າຍ​ໃນ​ວັນ​ທີ 22 ກຸມພາ​ນີ້
2017-02-21 16:42:28  cri 
ສື່​ມວນ​ຊົນ​ສ ​ເກົາຫຼີ​ລາຍ​ງານ​ວ່າ: ສານ​ລັດຖະທຳ​ມະນູນ​ສ ​ເກົາຫຼີ​ໄດ້​ພິຈາລະນາ​ຄະດີ​ຖອດ​ຖອນ​ທ່ານ​ນາງ​ປັກ​ກຸນ​ເຮ ປະທານາທິບໍດີ​ສ ​ເກົາຫຼີ​ເທື່ອ​ທີ 15 ​ໃນ​ວັນ​ທີ 20 ກຸມພາ​ນີ້ ​ເຊິ່ງສານ​ດັ່ງກ່າວ​ຢືນຢັນ​ວ່າ​ໃນການ​ພິຈາລະນາຄະດີເທື່ອ​ທີ 16 ຄືນ​ໃນ​ວັນ​ທີ 22 ​ເດືອ​ນດຽວ​ກັນຈະ​​ແຈ້ງວັນ​ເວລາ​ພິຈາລະນາ​ຄະດີ​ເປັນ​ເທື່ອ​ສຸດ​ທ້າຍ.

ກ່ອນ​ໜ້າ​ນີ້​ບໍ່​ດົນ, ຄະນະ​ທະນາຍຄວາມ​ຂອງ​ທ່ານ​ນາງ​ປັກ​ກຸນ​ເຮ​ໄດ້ຍື່ນ​ຄຳ​ຮ້ອງ​ຂໍ​ໃຫ້ສານ​ລັດຖະທຳ​ມະນູນເລື່ອນ​ເວລາ​ພິຈາລະນາ​ຄະດີ​ເທື່ອ​ສຸດ​ທ້າຍ​ໄປ​ເຖິງ​ວັນ​ທີ 2 ຫຼື​ວັນ​ທີ 3 ​ເດືອນ​ມີນາ​ໜ້າ, ​ແຕ່​ສານ​ດັ່ງ​ກ່າວ​ໄດ້​ປະຕິ​ເສດທັງ​ຮຽກຮ້ອງ​ໃຫ້​ຄະນະ​ທະນາຍຄວາມ​ຂອງທ່ານ​ນາງ​ປັກ​ກຸນ​ເຮຕົກລົງ​ກ່ອນ​ວັນ​ທີ 22 ກຸມພາ​ນີ້​ວ່າ ນາງ​ຈະ​ຂຶ້ນ​ສານ​ຮັບ​ຟັງການ​ດຳ​ເນີນ​ຄະດີ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ