ຈີນ​ສ້າງເປັນ​ຕາໜ່າງ​ເຂດ​ສະຫງວນໃນ​ເບື້ອງ​ຕົ້ນ
2017-02-21 11:10:20  cri 

ທ່ານ​ເສິງ​ລີ້​ເຟິ່ງ ຫົວໜ້າ​ກົມ​ອະນຸລັກ​ລະບົບ​ນິ​ເວດ​ທຳ​ມະ​ຊາດ ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 20 ກຸມພາ​ນີ້​ວ່າ: ມາ​ຮອດປັດຈຸບັນ, ຈີນ​ໄດ້​ສ້າງ​ເຂດ​ສະຫງວນ​ຂຶ້ນ 2.740 ​ແຫ່ງ, ​ໃນ​ນີ້ ​ເນື້ອ​ທີ່​ທາງບົກ​ມີ 1 ລ້ານ 4 ​ແສນ 2 ໝື່ນ​ກິ​ໂລ​ຕາ​ແມັດ ກວມ​ເນື້ອທີ່​​ທົ່ວ​ປະ​ເທດປະມານ 14,8% ​ແລະ ​ໃນ​ 2.740 ​ເຂດ​ດັ່ງກ່າວ, ​ເຂດ​ສະຫງວນລະດັບ​ຊາດ​ມີ 446 ​ເຂດ ກວມ​ເນື້ອ​ທີ່ 9 ​ແສນ 7 ໝື່ນ ກິ​ໂລ​ຕາ​ແມັດ ​ໂດຍສາມາດ​ສ້າງ​ເປັນຕາ​ໜ່າງ​ເຂດ​ສະຫງວນ​ທີ່​ມີຫຼາຍປະ​ເພດ, ມີ​ໂຄງ​ປະກອບສົມ​ເຫດ​ສົມ​ຜົນ ​ແລະ ມີ​ບົດບາດ​ອ່າວ​ສົມບູນ ​ຂະນະ​ດຽວ​ກັນ​ກໍແມ່ນ​ໜຶ່ງ​ໃນ​ລະບົບ​ເຂດ​ສະຫງວນ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ.

ທ່ານ​ເສິງ​ລີ້​ເຟິ່ງ ກ່າວ​ຕື່ມ​ວ່າ: ​ໃນ​ໄລຍະ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງທີ 13, ຈີນ​ຈະ​ຊຸກຍູ້​ການ​ອະນຸລັກ​ລະບົບ​ນິ​ເວດ​ທຳ​ມະ​ຊາດ​ໃຫ້​ເຂົ້າສູ່​ລວງ​ເລິກ, ຂີດ​ເສັ້ນ​ແບ່ງ​ແຫ່ງ​ການ​ອະນຸລັກ​ລະບົບ​ນິ​ເວດ​ທັງ​ສ້າງ​ລະບຽບ​ການ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຢ່າງ​ເຂັ້ມງວດ, ປັບປຸງ​ໂຄງ​ປະກອບ​​ເຂດ​ສະຫງວນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ, ປົກ​ປັກ​ຮັກສາ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ຂອງລະບົບ​ນິ​ເວດ​ແຫ່ງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ