ເກີດ​ການປະ​ທະ​​ລະຫວ່າງຕຳຫຼວດ​ແລະ​ພະສົງຢູ່​ໄທ
2017-02-21 11:12:30  cri 

ວັນ​ທີ 20 ກຸມພາ​ນີ້, ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ຄວບ​ຄຸມ​ວັດ​ພະ​ທຳ​ມະ​ກາຍ ​ແລະ​ຫວັງຈະ​ຈັບ​​ອະດີດ​ເຈົ້າອາວາດ​ທີ່​ຖືກ​ສົງ​ໄສ​ມີ​ການ​ກະທຳ​ຟອກ​ເງິນ ​ແລະ ຮັບ​ສິນ​ບົນ ​ໂດຍເຈົ້າໜ້າ​ທີ່​ຕຳຫຼວດ​ຮຽກຮ້ອງ​ໃຫ້​ພະສົງ​ໃນ​ວັດ​ດັ່ງກ່າວ​ອອກ​ຈາກ​ວັດ​ຊົ່ວຄາວ ​ເພື່ອກວດຄົ້ນຜູ້​ຕ້ອງ​ສົງ​ໄສ​ ຄື ອະດີດ​ເຈົ້າອາວາດ​ວັດ, ​ແຕ່​ການ​ກວດຄົ້ນຂອງ​ເຈົ້າໜ້າ​ທີ່​ຕຳຫຼວດພັດ​ຖືກພຸດທະສາສະ​ນິກະຊົນ​ນັບ​ເປັນ​ໝື່ນ​ຄົນກີດ​ກັ້ນ.

 

​ໂຄສົກ​ວັດ​ພະ​ທຳ​ມະ​ກາຍ ກ່າວ​ວ່າ: ຕົນ​ໄດ້ປະສານສົມທົບ​ວຽກ​​ແຕ່ລະ​ກ້າວ​ກັບລັດຖະບານ​ຢ່າງ​ແໜ້ນ​ແຟ້ນ, ​ແຕ່​ລັດຖະບານ​ບໍ່​ຄວນ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ສາສະໜາ. ພວກ​ເຮົາ​ຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ຈົ່ງ​ຢຸດ​​ໃຊ້​ມາດຕາ 44 ​ແລະ​ຖອນ​ຕຳຫຼວດອອກ​ຈາກ​ບໍລິ​ເວນ​ວັດ.

ຂະນະ​ທີ່​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ຕອບ​ໂຕ້​ໃນ​ວັນ​ທີ 19 ກຸມພາ​ນີ້​ວ່າ: ການ​ກະທຳ​ຂອງ​ວັດ​ໄດ້​ກະທົບ​ຕໍ່​ການກວດຄົ້ນຂອງ​ເຈົ້າໜ້າ​ທີ່​, ຂະນະ​ທີ່​ພວກ​ເຮົາກວດຄົ້ນ​ກໍ​ເພື່ອ​ໃຫ້​ສຳ​ເລັດໂດຍ​ໄວ ​ແລະມອບ​ວັດ​ຄືນ​ໃຫ້​ສາສະ​ນິກະ​ຊົນ​. ​ແນວ​ໃດ​ກໍ​ດີ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ກວດຄົ້ນ​ແຕ່​ລະ​ຫ້ອງ​ຂອງ​ວັດ​ແລ້ວ, ​ແຕ່​ບໍ່​ໄດ້ພົບພະ​ທຳ​ມະ​ຊະ​​ໂຍ, ​ແຕ່ກໍ​ຈະ​ສືບ​ຕໍ່​ກວດຄົ້ນຢູ່​ເຂດ​​ອ້ອມ​ແອ້ມ​ວັດ​ຕໍ່​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ