ຈີນ​ຢຸດຕິ​ການ​ນຳ​ເຂົ້າຖ່ານ​ຫີນ​ຈາກ ສປປ ​ເກົາຫຼີ ​ເພື່ອ​ປະຕິບັດ​ຕາມ​ພັນທະ​ສາກົນ
2017-02-21 16:28:07  cri 

ທ່ານ​ກາວ​ຮູ​ເສິງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຂອງ​ຫ້ອງການ​ຖະ​ແຫຼງຂ່າວລັດຖະບານ​ຈີນ​ໃນ​ວັນ​ທີ 21 ກຸມພາ​ນີ້​ວ່າ: ປະ​ເທດ​ຕົນຢຸດຕິ​ການ​ນຳ​ເຂົ້າຖ່ານ​ຫີນ​ຈາກ ສປປ ​ເກົາຫຼີ ຊົ່ວຄາວ ​ເພື່ອ​ປະຕິບັດ​ຕາມ​ພັນທະ​ສາກົນ ​ແລະ​ສອດຄ່ອງ​ກັບ​ກົດໝາຍທີ່​ກ່ຽວຂ້ອງ​ຂອງ​ຈີນ.

ທັງ​ນີ້, ກະຊວງ​ການ​ຄ້າ​ແລະ​ອົງການດ່ານ​ພາສີ​ແຫ່ງ​ຊາດ​ຈີນ ​ໄດ້​ຖະ​ແຫຼງ​​ຫວ່າງ​ມໍ່ໆ​ນີ້​ວ່າ: ປະຕິບັດ​ຕາມ​ມະຕິ​ຕົກລົງ​ເລກທີ 2321 ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ອີງ​ຕາມ "ກົດໝາຍ​ວ່າ​ດ້ວຍ​ການ​ຄ້າ​ກັບ​ຕ່າງປະ​ເທດສາທາລະນະ​ລັດ​ປະຊາຊົນ​ຈີນ" ພ້ອມ​ດ້ວຍ​​ແຈ້ງ​ການ​ເລກທີ 81 ປີ 2016 ຂອງ​ກະຊວງ​ການ​ຄ້າ ​ແລະ ອົງການ​ດ່ານ​ພາສີ​ແຫ່ງ​ຊາດ, ປີ​ນີ້​ຈະ​ຢຸດຕິການ​ນຳ​ເຂົ້າຖ່ານ​ຫີນ​ທີ່​ຜະລິດ​ຢູ່ ສປປ ​ເກົາຫຼີ ​ຊົ່ວຄາວ ລວມທັງ​ຖ່ານ​ຫີນ​ທີ່​ໄດ້​ແຈ້ງດ່ານ​ພາສີ, ​ແຕ່​ຍັງ​ບໍ່​ທັນປະກອບ​ເອກະສານ​ສຳ​ເລັດ ​ໂດຍ​ເລີ່​ມປະຕິບັດ​ນັບ​ແຕ່​ວັນ​ທີ 19 ກຸມພາ​ນີ້ ​ໄປ​ຈົນ​ເຖິງ​ວັນ​ທີ 31 ທັນວາ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ