ຣັດ​ເຊຍ​​ເຫັນ​ດີ​ອອກ​ໃບຢັ້ງຢືນ​ໃຫ້​ຊາວ​​ອູ​​ແກຣນພາກ​ຕາ​ເວັນ​ອອກ
2017-02-21 16:37:55  cri 

ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ​ໄດ້​ລົງ​ນາມ​ໃນ​ຄຳ​ສັ່ງ​ຫວ່າງ​ມໍ່ໆ​ນີ້ ​ໂດຍ​ປະກາດ​ວ່າ ປະ​ເທດ​ຕົນ​ຮັບຮອງ​ເອກະສານ​ຕ່າງໆ​ທີ່ຢັ້ງຢືນຖານະ​ພົນລະ​ເມືອງ​ອູ​ແກຣນ​ແລະ​ບຸກຄົນ​ບໍ່​ມີ​ສັນຊາດ​ຢູ່​ບາງ​ເຂດ​ຂອງ​ລັດ​ໂດ​ເນັສ ​ແລະ ລັດ​ລູຮັນ​ສ໌ ພາກ​ຕາ​ເວັນ​ອອກ​ອູ​ແກຣນ ​ເປັນ​ການ​ຊົ່ວຄາວ ​ແລະ​ອະນຸມັດ​ໃຫ້​ເຂົາ​ເຈົ້າ​ເຂົ້າອອກຣັ​ດ​ເຊຍ ​ໂດຍ​ບໍ່​ຕ້ອງການ​ຂໍວີຊາກ່ອນ.

ອີງ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ປູ​ຕິນ, ຣັດ​ເຊຍ​ຮັບຮອງ​ເອກະສານທີ່​ມີ​ຜົນ​ສັກສິດ​ຢູ່​ທ້ອງ​ຖິ່ນ​ຂອງ​ພົນລະ​ເມືອງ​ອູ​ແກຣນ ​ແລະ ບຸກຄົນ​ບໍ່​ມີ​ສັນຊາດ ທີ່​ຢູ່ປະ​ຈຳ​ບາງ​ເຂດ​ຂອງ​ສອງ​ລັດ​ດັ່ງກ່າວ ​ໂດຍ​ຊາວ​ທ້ອງ​ຖິ່ນ​ດັ່ງກ່າວມີ​ສິດ​ຖື​ບັດປະຈຳຕົວ, ຂະນະ​ທີ່​ຜູ້​ທີ່​ອາຍຸຍັງ​ບໍ່​ເຕັມ 16 ປີ​ກໍສາມາດ​ຖື​ໃບຢັ້ງຢືນ​ການ​ເກີດ ​ເຂົ້າອອກຣັດ​ເຊຍ​ໄດ້ ​ໂດຍ​ບໍ່​ຕ້ອງ​ຂໍ​ວີຊາ​ກ່ອນ.
ນະ​ໂຍບາຍ​ຂອງຣັດ​ເຊຍ​ຄືດັ່ງກ່າວ ​ໄດ້​ເປັນ​ການ​ເພີ່ມ​ທະວີ​ການ​ສະໜັບສະໜູນ​​ຊາວ​ລັດ​ໂດ​ເນັສ ​ແລະ ລັດ​ລູຮັນ​ສ໌ ​ໂດຍ​ຄຳ​ສັ່ງຂອງ​ທ່ານ​ປູ​ຕິນ ​ເຮັດ​ໃຫ້​ເຂົາ​ເຈົ້າສາມາດ​ເຂົ້າອອກຣັດ​ເຊຍ​​ຊອບ​ດ້ວຍ​ກົດໝາຍ ​ແລະ​ມີ​ຄວາມ​ໝາຍ​​ຕົວ​ຈິງ​ໃນ​ລະດັບ​ໃດ​ໜຶ່ງ​ຕໍ່​ການ​ປັບປຸງ​ສະພາບ​ການ​ດຳລົງ​ຊີວິດຂອງ​ພົນລະ​ເມືອງ​ໃນ​ສອງ​ລັດ​ດັ່ງກ່າວ​ໃຫ້​ດີ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ