ຊາວ​ຕວກກີ​ 47 ຄົນຖືກ​ໄຕ່​ສວນ​ໃນ​ຂໍ້​ຫາ​ລອບ​ສັງຫານ​ປະທານາທິບໍດີໃນ​ການລັດຖະປະຫານ​ທີ່ຫຼົ້ມ​ເຫຼວ
2017-02-21 16:41:12  cri 

 

ຊາວ​ຕວກກີ 47 ຄົນ​ຖືກ​ໄຕ່​ສວນ​ຢູ່​ສານ​ແຫ່ງ​ໜຶ່ງ​ເມືອງ​ມຸກ​ລາ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຕວກກີ​ໃນ​ວັນ​ທີ 20 ກຸມພາ​ນີ້ ​ໃນ​ຂໍ້​ຫາ​ລອບ​ສັງຫານ​ທ່ານ​ເຣ​ເຄັບ ​ເຕຢິບ ​ເອີ​ໂດ​ກັນ ປະທານາທິບໍດີ​ປະ​ເທດ​ດັ່ງກ່າວ ​ໃນ​ເຫດການ​ລັດຖະປະຫານ​ທີ່ຫຼົ້ມ​ເຫຼວ​ເມື່ອ​ປີຜ່ານມາ.

ສື່​ມວນ​ຊົນ​ຕວກກີ ລາຍ​ງານ​ວ່າ ​ຈຳ​ເລີຍທັງ 47 ຄົນ​ດັ່ງກ່າວ​ມີທະຫານ 37 ຄົນ​ຖືກ​ກ່າວ​ຫາ​ຈັດຕັ້ງກອງ​ລອບ​ສັງຫານ​ສະ​ເພາະ, ​ໃນ​ນີ້​ມີ 3 ຄົນ​ຍັງ​ໂຕນ​ໜີ​ ​ເຊິ່ງຂໍ້​ກ່າວ​ຫາພວກ​ກ່ຽວຕົ້ນຕໍ​ແມ່ນ​ມີ​ເຈ​ຕະນາລອບ​ສັງຫານປະທານາທິບໍດີ, ​ໂຄ່ນ​ລົ້ມ​ລັດຖະທຳ​ມະນູນ, ​ເຈດ​ຕະນາ​ຄາດ​ຕະກຳ ​ແລະ​ອື່ນໆ. ທັງ​ນີ້ ​ເຈົ້າໜ້າ​ທີ່​ໄອ​ຍະ​ການ​ໄດ້​ຮຽກຮ້ອງ​ໃຫ້​ຕັດສິນ​ທຸກຄົນຈຳ​ຄຸກ​ຕະຫຼອດຊີວິດ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ