ມາ​ເລ​ເຊຍ​ບໍ່ພໍ​ໃຈ​ຕໍ່​ການ​ຕຳ​ໜິ​ຂອງ​ສປປ​ເກົາຫຼີ
2017-02-21 15:54:46  cri 
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 13 ກຸມພາ​ນີ້,ຫຼັງຊາຍສປປ​ເກົາຫຼີຄົນ​ໜຶ່ງ​ເສຍ​ຊີວິດ​ຢູ່​ມາ​ເລ​ເຊຍ.ທ່ານ​ຊາ​ຮິດ ຮາ​ມິດິ ຮອງ​ນາຍົກ​ລັດຖະມົນຕີ​ມາ​ເລ​ເຊຍ​ກ່າວ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ,ຜູ້​ຊາຍ​ທີ່​ເສຍ​ຊີວິດ​ແມ່ນ​ທ່ານ​ກິມຈົ່ງ​ນາມ ອ້າຍ​ຕ່າງ​ແມ່​ຂອງ​ທ່ານ​ກິມຈົ່ງ​ອຸນ ຜູ້ນຳ​ສູງ​ສຸດ​ຂອງ​ສປປ​ເກົາຫຼີ​ແລະຫຼັງ​ເກີດ​ເຫດ,​ເອກ​ອັກຄະ​ລັດຖະທູດ​ສປປ​ເກົາຫຼີປະຈຳ​ມາ​ເລ​ເຊຍ​​ໄດ້​ຕຳ​ໜິ​ມາ​ເລ​ເຊຍ ທີ່"ປິດ​ບັງ"​ການ​ສືບສວນ​ແລະ​ຕັ້ງ​ໃຈ​​ຖ່ວງ​ດຶງ​ການ​ມອບ​ສົບ​ຜູ້​ເສຍ​ຊີວິດ.

ວັນ​ທີ 20 ກຸມພາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​ໄດ້​​ເຊີນ​ເອກ​ອັກຄະ​ລັດຖະ ທູດ​ສປປ​ເກົາຫຼີປະຈຳ​ມາ​ເລ​ເຊຍ​ເຂົ້າ​ພົບ​ທັງ​ກ່າວ​ວ່າ,ການ​ທີ່​ສປປ​ເກົາຫຼີຕຳ​ໜິມາ​ເລ​ເຊຍຕໍ່​ການ​ສືບສວນ​ເຫດການ​ຊາຍ​ສັນຊາດສປປ​ເກົາຫຼີ​ເສ​ຍຊີວິດ​ນັ້ນ​ບໍ່​ມີຫຼັກຖານ​ໃດໆ​ເລີຍ.​ເພາະວ່າ​ຊາຍ​ສັນຊາດ​ສປປເກົາຫຼີຜູ້​ນີ້​ເສຍ​ຊີວິດ​ຢ່າ​ງປະຫຼາດ​ຢູ່​ມາ​ເລ​ເຊຍ,ລັດຖະບານ​ມາ​ເລ​ເຊຍ​ສືບສວນ​ເພື່ອ​ຊອກ​ຫາ​ສາ​ເຫດການ​ເສ​ຍຊີວິດ​ນັ້ນ​ກໍ​ຍ້ອນ​ໜ້າ​ທີ່​ຮັບຜິດຊອບ.

ສ່ວນ​ເອກ​ອັກຄະ​ລັດຖະທູດ​ສປປ​ເກົາຫຼີພັດ​ກ່າວ​ຕອບ​ວ່າ,ສປປ​ເກົາຫຼີບໍ່​ໄວ້​ເນື້ອ​ເຊື່່ອ​ໃຈ​ກາ​ນສືບສວນ​ຂອງມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ