ຈີນ​ລົງທຶນ​ຢູ່​ຕ່າງປະ​ເທດ​ມີ​ທ່າ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​​ໄວ
2017-02-21 16:45:13  cri 
ຕາມ​ຂ່າວສານ​ຈີນ:ຕໍ່​ກໍລະນີ​ທີ່​ຈີນ​ພົບບັນຫາການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຫຼຸດ​ລົງ​ໃນ​ຕົ້ນ​ປີ 2017,ທ່ານ​ກ່າວ​ຫູ​ເສີງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​​ໄດ້ກ່າວຢືນຢັນ​ຢູ່​ປັກ​ກິ່ງ​​ໃນ​ວັນ​ທີ 21 ກຸມພາ​ນີ້ວ່າ,ການລົງທຶນ​ຢູ່​ຕ່າງປະ​ເທດ​ຍັງ​ຈະ​ຮັກສາ​ຈັງຫວະການ​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວ​ສູງ.

ທ່ານ​ກ່າວ​ວ່າ,ການ​ລົງທຶນ​ຢູ່​ຕ່າງປະ​ເທດ​​ເປັນ​ໄປ​ຕາມ​ກົດ​ເກ​ນຕະຫຼາດ​ແລະ​ການ​ເລືອກ​ເຟັ້ນຢ່າງ​ເປັນ​ເຈົ້າ​ການ​ຂອງ​ວິ​ສາ​ຫະກິດ​ແລະປັດຈຸບັນ,ຈີນ​ໄດ້ຫັນ​ຈາກ​ການ​ສົ່ງ​ອອກ​ສິນຄ້າ​ເປັນ​ຕົ້ນຕໍ​ກ້າວ​ສູ່​ໄລຍະ​ການ​ສົ່ງ​ອອກ​ສິນຄ້າ​ແລະ​ທຶນຮອນທີ່​ມີ​ຄວາມ​ສຳຄັນ​​ເທົ່າ​ທຽມ​ກັນ, "ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຍັງ​ຈະ​ຮັກສາ​ການ​ເພີ່​ມຂຶ້ນ​ດ້ວຍ​ຄວາມ​ໄວ​ສູງ."

ກ່ອນ​ໜ້າ​ນີ້,ທາງ​ການ​ຈີນ​ໄດ້​ຢືນຢັນຫຼາຍ​ເທື່ອ​​ທີ່ຈະ​ສືບ​ຕໍ່​ສະໜັບສະ ໜູນວິ​ສາ​ຫະກິດ​ຈີນ​ທີ່​ມີ​ຄວາມ​ສາມາດ​ລົງທຶນ​ຢູ່​ຕ່າງປະ​ເທດ​ຕາມ​ຄວາມ​ຈິງ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ​ເພື່ອ​ຊຸກຍູ້​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ​ແລະ​​ເປັນ​ລະບຽບ.ພ້ອມ​ທັງ​ຈະ​ເພີ່ມ​ທະວີ​ການປຶກສາ​ຫາລື​ແລະ​ຮ່ວມ​ມືກັບ​ຕ່າງປະ​ເທດ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະກິດ​ລົງທຶນ​ຢູ່​ຕ່າງປະ​ເທດ​ຕາມ​ລະບຽບ​ກົດໝາຍ​ສາກົນແລະ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ​ທີ່​ລົງທຶນ​ຢູ່​ຕ່າງປະ​ເທດ​ຢ່າງ​ຊອບ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ