ນາຍົກລັດຖະມົນຕີສິງກະ​​ໂປ​ຢືນຢັນສະໜັບສະໜູນ "​ແຜນການສ້າງ​ເປັນ​ສອງ​ປະ​ເທດ"ປາ​​ແລັດ​ສະຕິ​ນ​ແລະ​ອິດ​ສະລະ​ແອນ
2017-02-21 16:48:18  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່າ​ນາລີ​ຊຽນລຸງ ນາ​ຍົກລັດຖະມົນຕີ​ສິງ​ກະ​ໂປ​ກ່າ​ວ​ໃນ​ການຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ທ່ານ​ເນ​ຕັນ​ຢາ​ຮູ ນາຍົກລັດຖະມົນຕີອິດສະລະ​ແອນ​​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ​ໃນ​ວັນ​ທີ 20 ກຸມພາ​ນີ້​ວ່າ, "​ແຜນການສ້າງ​ເປັນ​ສອງ​ປະ​ເທດ"​ແມ່ນ ວິທີ​​ໜຶ່ງ​ດຽວ​ທີ່​ຈະ​ນຳ​ເອົາ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ສຸກມາສູ່​ປະຊາຊົນ​ອິດ​ສະລະ​​ແອນ​ແລະ​ປາ​​ແລັດ​ສະຕິ​ນ".

​​ໂອກາດ​ພົບ​ປະ​ກັບ​ທ່ານ​ເນ​ຕັນ​ຢາ​ຮູ​ໃນ​ວັນ​ດຽວ​ກັນ,ທ່ານ​ລີ​ຊຽນລຸງ​ໄດ້​ກ່າວ​ເຖິງຈຸດ​ຢືນ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສິງກະ​ໂປ​ທີ່​ສະໜັບ​ສະ​ໜູນ "​ແຜນການ​ສ້າງ​ເປັນສອງ​ປະ​ເທດ",ລວມທັງ​​ສະໜັບສະໜູນ​ສິດ​ຂອງ​ອິດ​ສະລະ​ແອນ​​ໃນ​ການ​ດຳລົງ​ຊີວິດຢ່າງ​ສັນຕິ​ຕາມ​ຊາຍ​ແດນ​ທີ່​ສະຫງົບ​ສຸກ​ແລະ​ສິດ​ຂອງ​ປະຊາຊົນ​ປາ​​ແລັດ​ສະຕິ​ນ​ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ຢ່າງ​ສັນຕິ​ໂດຍ​ເຫັນ​ວ່າ​ສອງ​ຝ່າຍ​ຄວນ​ຮັກສາ​ຄວາມ​ອົດທົນ​ແລະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​​ຕໍ່ກັນ​ເພື່ອ​ບັນລຸ​ສັນຕິພາບຢ່າງ​ຖາວອນ.

ທ່ານ​ລີ​ຊຽນລຸງ​ກ່າວຕື່ມ​ວ່າ,ສິງກະ​ໂປ​ຫວັງ​​ໃຫ້ອິດ​ສະລະ​ແອນ​ແລະ​ປາ​ແລັດ​ສະຕິ​ນຟື້ນ​ຟູ​ການ​ເຈລະຈາ​ໂດຍ​ກົງ​ເພື່ອ​​ຫາ​ວິທີ​ແກ້​ໄຂ​​ການ​ປະ​ທະ​ກັນ​ທີ່​ດຳ​ເນີນ​ມາ​ເປັນ​ເວລາຍາວ​ນານ​ດ້ວຍ​ຄວາມ​ຍຸຕິ​ທຳ,ຖາວອນ​ແລະ​ຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ