ອາ​ຊຽນຈະ​ສ້າງ​ລະບົບ​ປະ​ເມີນ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ
2017-02-21 16:51:35  cri 
ກອງ​ເລຂາ​ອາ​ຊຽນປະກາດ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ​ຈະ​ສ້າງ​ລະບົບຕິດຕາມ​ຄວບ​ຄຸມ​ແລະ​ປະ​ເມີນ​ເພື່ອ​ຊຸກຍູ້​ການ​ປະຕິບັດ​​ແຜນ​ແມ່​ບົດ​ການ​ເຊື່ອມ​ໂຍງ​ກັນ​ຂອງ​ອາ​ຊຽນ​ແຕ່ປີ 2016-2025 ​ໃຫ້​ເປັນ​ຮູບ​ປະ​ທຳ.

ກອງ​ເລຂາ​ອາ​ຊຽນ​ໃຫ້​ຮູ້​ວ່າ,ການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ລະຫວ່າງ​ພາຍ​ໃນ​ແລະ​ນອກ​ພາກ​ພື້ນ​ແມ່ນ​ໜ້າ​ທີ່​ບຸລິ​ມະ​ສິດ​ຂອງ​ຂະ​ບວນການ​​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນກ່ອນ​ປີ 2025. ສ່ວນ​ການ​ສ້າງ​ລະບົບ​ຕິດຕາມຄວບ​ຄຸມ​ແລະ​ປະ​ເມີນ​ທີ່​ລວມທັງ​ການ​ເກັບ​ກຳ​ຂໍ້​ມູນ,ການ​ອອກ​ແບບ​ຄາດໝາຍ,ຂັ້ນ​ຕອນການ​ປະ​ເມີນ​ແລະ​ປັດ​ໄຈ​ອື່ນໆ​ນັ້ນ​ຈະ​ຮັບປະກັນ​ການປະຕິບັດ​ໜ້າ​ທີ່​ນີ້​ຢ່າງ​ແຂງ​ແຮງ.

ທ່ານ​ນາງ​ເອລິ​ຊາ​ເບ​ດ ​ເອກ​ອັກ​ຄະ​ລັດຖະທູດ​ອົດ​ສະຕຣາລີ​ປະຈຳ​ອາ​ຊຽນກ່າວ​ວ່າ,​ໃນ​ຖານະ​ເປັນ​ໜຶ່ງ​ໃນ​ຜູ້​ອອກ​ແບບ​ຕົ້ນຕໍ​ຂອງ​ລະບົບ​ນີ້,ອົດ​ສະຕຣາລີ​ຈະ​ຮ່ວມ​ກັບຝ່າຍ​ທີ່​ກ່ຽວຂ້ອງ​ດ້ານ​ຜົນ​ປະ​ໂຫຍ​ດ​ເປັນ​ຕົ້ນ​ທະນາຄານ​ໂລກ​ເພື່ອ​​ສະໜັບ​ສະ​ໜູນ​ສະຕິ​ປັນຍາ​​ໃຫ້ແກ່​ຂະ​ບວນການ​ເຊື່ອມ​ໂຍງກັນ​ຂອງ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ