ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ສະຫະພາບ​ເອີ​ລົບ
2017-02-21 10:16:04  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​​ໄມ​ຄ໌ ​ເປ​ນ​ເຊ ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ເດີນທາງ​​​ຢ້ຽມຢາມ​ບຣຸກເຊ​ນ​ໃນ​ວັນ​ທີ 19 ກຸມພາ​ນີ້ ​ເຊິ່ງ​​ເປັນ​ການຢ້ຽມຢາມ​​ຄັ້ງ​ທຳ​ອິດ​ ​ໃນ​ຖານະ​ເປັນ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ເພື່ອ​ໃຫ້​ກຳລັງ​ໃຈ​ໝູ່ຄູ່​ຂ້າມ​ມະຫາ​ສະມຸດ​ອັດ​ລັງ​ຕິກ.

ທານ​ໄມ​ຄ໌ ​ເປ​ນ​ເຊ​ ກ່າວ​ຢູ່​ບຣຸກ​ເຊ​ນ​ໃນ​ວັນ​ທີ 20 ກຸມພາ​ນີ້​ວ່າ, ອາ​ເມ​ລິ​ກາ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ ​ແລະສະໜັບສະໜູນ​ຄວາມ​ເປັນ​ສາມັກຄີ​ຂອງ​ສະຫະພາບ​ເອີ​ລົບ. ​ແນວ​ໃດ​ກໍ​ດີ, ​ເຖິງ​ວ່າ​ອາ​ເມ​ລິ​ກາ​ແລະ​ສະຫະພາບ​ເອີ​ລົບ​ມີ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ​​ບາງ​ດ້ານ, ​ແຕ່​ສອງ​ຝ່າຍ​ມີ​ການ​ພົວພັນ​ທີ່​ມີ​ມູນ​ເຊື້ອ​ແລະ​ທັດສະນະ​​ທີ່​ຄື​ກັນ ​ເຊິ່ງນັ້ນ​ກໍ​ຄື ​ອິດສະຫຼະພາບ, ປະຊາທິປະ​ໄຕ​ ​ແລະ​ກາ​ນປົກຄອງ​ຕາມ​ກົດໝາຍ ​ເພື່ອ​ບັນລຸ​ສັນຕິພາບ​ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ໂດ​ນາດ ຕຸ​ສຄ໌ ປະທານ​ສະພາ​ມົນຕີ​ສະຫະພາບ​ເອີ​ລົບ​ກ່າວ​ວ່າ, ​ໃນ​ການ​ພົບ​ປະກັບ​ຮອງ​ປະທານາທິບໍດີ ​ໂດຍ​ໄດ້​ສະ​ເໜີ 3 ຫົວ​ຂໍ້ສຳຄັນ ຄື ລະບຽບ​​ສາກົນ​ຕາມກົດໝາຍ​ລະຫວ່າງ​ຊາດ, ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ເອີ​ລົບ​ບົນ​ພື້ນຖານ​ແຫ່ງ​ຄວາມ​ແຂງ​ແກ່ນ​ຂອງ​ກຸ່ມ​ນາ​ໂຕ ​ແລະ​ການ​ຮ່ວມ​ມື​ຂ້າມ​ມະຫາ​ສະມຸດ​ອັດ​ລັງ​ຕິກ ພ້ອມນີ້​ກໍ​ໄດ້​ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່​ທ່ານ​ເປ​ນ​ເຊ ​ແລະ​ລັດຖະບານ​ອາ​ເມ​ລິ​ກາ​ສະໜັບສະໜູນ​ຄວາມ​ເປັນ​ສາມັກຄີ​ຂອງ​ສະຫະພາບ​ເອີ​ລົບ ​ແລະ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ກໍ​ໃຫ້ການ​ຕອບ​ຕໍ່ 3 ຫົວ​ຂໍ້​ສຳຄັນ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ