ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນທີ່​ຟີ​ລິບ​ປິນ
2017-02-21 10:22:31  cri 
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນທີ່​ບໍ່​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ​ໃນ​ວັນ​ທີ 21 ກຸມພາ​ນີ້ ​​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ ​ແລະ​ເປັນ​ການ​ຈັດ​ກອງ​ປະຊຸມ​ຕ່າງໆ​ຂອງ​ອາ​ຊຽນ​ເປັນ​ຄັ້ງທຳ​ອິດ ພາຍຫຼັງ​ທ່ານ​ໂຣດຣິ​ໂກ ດູ​ເຕີ​ເຕ ຂຶ້ນ​ດຳລົງ​ຕຳ​ແໜ່​ງປະທານາ​ທິບໍດີ​ເປັນ​ຕົ້ນ​ມາ ຈິ່ງ​ໄດ້​ສ້າງ​ຄວາມ​ສົນ​ໃຈ​ຈາກ​ພາຍ​ໃນ​ແລະ​ພາຍ​ນອກ​ຫຼາຍ​ທີ່​ສຸດ. ໜັງສືພິມ​ການ​ຄ້າ​ຟີ​ລິບ​ປິນສະບັບ​ວັນ​ທີ 20 ຂຽນ​ວ່າ, ບັນດາ​ປະ​ເທດ​ອາ​ຊຽນຫວັງໃຫ້​ວາງ​ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້ ​ໃນ​ປີ​ນີ້ ​ເພື່ອ​ຫຼຸດຜ່ອນ​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຈີນ​ໃຕ້ ​ໂດຍທ່ານ​ໂກ​ເຣສ໌ ອະດີດ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຟີ​ລິບ​ປິນກ່າວ​ວ່າ, ກົດ​ແຫ່ງການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້​ທີ່ເປັນ​ເປັນ​ຮູບ​ເປັນ​ຮ່າງ ​ແລະ​ມີ​ຜົນ​ບັງຄັບ​​ໃຊ້​ທາງ​ກົດໝາຍ ນັ້ນຈະ​ກາຍ​ເປັນ​ຜົນງານ​ດ້ານ​ການ​ເມືອງ​ຂອງ​ທ່ານ​ດູ​ເຕີ​ເຕ.

ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນທີ່​ບໍ່​ເປັນ​ທາງ​ການຈະ​ຈັດ​ຂຶ້ນ​ຢູ່​ເກາະ​ໂບຣາ​ໄກ ​ໂດຍທ່ານ​ເປີ​ເຟກ​ໂຕ ຢາ​ໄຊ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນຈະ​ເປັນ​ປະທານ​​ກອງ​ປະຊຸມ ​ແລະ​ໃນກອງ​ປະຊຸມ​ກໍຈະ​ປຶກສາ​ຫາລື​ບັນຫາ​ການສ້າງ​ປະຊາ​ຄົມ​ອາ​ຊຽນ ​ລວມທັງ​ວິ​ໄສ​ທັດ 2025 ຂອງປະຊາ​ຄົມ​ອາ​ຊຽນ ​ແລະ​ບັນຫາ​ພາ​ກພື້ນ​ແລະ​ສາກົນ​ທີ່​ອາ​ຊຽນສົນ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ