ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ປະສົບຜົນສຳເລັດເປັນຢ່າງດີ
2017-02-21 19:58:22  cri 
ທ່ານ​ກາວ​ຫູ​​ເສິງ ລັດຖະມົນຕີກະຊວງ​ການ​ຄ້າ​ຈີນ​ກ່າວໃນພິທີຖະແຫຼງຂ່າວ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກຸມພາ​ນີ້​ວ່າ, ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ ​ແລະ​ປະສົບຜົນສຳເລັດໃນ​ເບື້ອງ​ຕົ້ນ​ຢ່າງຫຼວງຫຼາຍ ​ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທົ່ວ​ໂລກ ​ທັງສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ບົ່ມ​ຊ້ອນ​ອັນ​ມະຫາສານ ​ແລະ​ອະນາຄົດທີ່ສົດໃສຂອງ​ຂໍ້​ລິ​ເລີ່​ມດັ່ງກ່າວ​ຢ່າງ​ເຕັມ​ສ່ວນ.

ທ່ານ​ກາວ​ຫູ​ເສິງ​ກ່າວ​ວ່າ, ປີ​ຜ່ານ​ມາ, ເຖິງວ່າສະພາບ​​ຄວາມ​ຕ້ອງການ​ໃນ​ຕະຫຼາດ​ສາກົນ​ອ່ອນ​ແອ, ແຕ່​ການ​ຮ່ວມ​ມື​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ໃນ​ຂົງ​ເຂດ​ດັ່ງກ່າວ​ໄດ້​ຮັບ​ຜົນງານ​ທີ່ໜ້າ​ຊົມ​​ເຊີຍ ໂດຍເຫັນໄດ້ຈາກຍອດ​ມູນ​ຄ່າ​ນຳ​ເຂົ້າ​ແລະ​ສົ່ງ​ອອກບັນລຸ​ເຖິງ 6300 ຕື້​ຢວນ ​ແລະ​ເພີ່ມ​ຂຶ້ນ 0,6%.

ທ່ານ​ກາວ​ຫູ​ເສິງ​ຍັງ​ກ່າວ​ຕື່ມວ່າ, ວິ​ສາ​ຫະກິດ​ຈີນ​ໄດ້​ສ້າງ​ເຂດ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ 56 ​ແຫ່ງ​ຢູ່ 20 ກວ່າ​ປະ​ເທດ​​ໃນ​ເຂດ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ໂດຍບັນລຸຍອດ​ມູນ​ຄ່າ​ການ​ລົງທຶນ​ໄດ້​ຫຼາຍ​ກວ່າ 18 ຕື້ 500 ລ້ານ​ຢວນ ​ແລະ​ໄດ້​ສ້າງ​ລາຍຮັບອາກອນໄດ້​ຫຼາຍກວ່າ 1 ຕື້​ໂດ​ລາ ​ແລະ ເຮັດວຽກເຮັດງານທຳ​ໃຫ້​ປະ​ເທດ​ເຫຼົ່າ​ນີ້ໄປເຖິງ 1 ແສນ 8 ໝື່ນຕຳແໜ່ງງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ