ອາ​ຊຽນຢືນຢັນ​ຈະສູ້​ຊົນສ້າງ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້"​ໃນ​ກາງ​ປີ​ນີ້​ໃຫ້​ສຳ​ເລັດ
2017-02-22 10:21:22  cri 
​ໃນ​ໂອກາດ​ແຈ້ງຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 50 ​ໃນ​ວັນ​ທີ 21 ກຸມພາ​ນີ້, ທ່ານ​ເປີ​ເຟັກໂຕ ຢາ​ໄຊ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນກ່າວ​ວ່າ: ກອງ​ປະຊຸມຄັ້ງ​ນີ້​ໄດ້​ເນັ້ນ​ໃຫ້ຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ມີ​ປະສິດທິ​ຜົນ​ແລະ​ຮອບດ້ານ​ແ​ລະ​ພະຍາຍາມ​ຮ່ວມ​ກັບ​ຈີນ​ສ້າ​ງຂອບ ຂອງ"ກົດ​ແຫ່ງ​ການ​ປະ​ພຶດຢູ່​ທະ​ເລ​ຈີນ​ໃຕ້"​ໃຫ້​ສຳ​ເລັດ​ໃນ​ກາງ​ປີ​ນີ້​ເພື່ອ​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ກົດ​ດັ່ງກ່າວ.

ທ່ານຢາໄຊຢືນຢັນໃນພິທີຖະແຫຼງຂ່າວຫຼັງກອງປະຊຸມວ່າ: ບັນດາຝ່າຍເຫັນດີສືບຕໍ່​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ດ້ວຍ​ສັນຕິ​ວິທີ ຂະນະ​ທີ່​ຟີ​ລິບ​ປິນ​ເຫັນ​ວ່າ ປັດຈຸບັນ​ຄວນ​ໂຈະ​ຜົນ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ ​ແລະ​ບັນຫາ​ທະ​ເລ​ຈີນ​ໃຕ້​​ເປັນສ່ວນ​ໜຶ່ງ​ຂອງ​ສາຍ​ພົວພັນ​ຟີ​ລິບ​ປິນ-ຈີນ​ເທົ່ານັ້ນ, ຂະນະ​ດຽວ​ກັນ​ທັງ​ຟີ​ລິບ​ປິນ​ແລະຈີນ​ຄວນ​ສຸມ​ໃສ່​ຈຸດ​ຮ່ວມດ້ານ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດຂອງ​ສອງ​ປະ​ເທດ​ແລະ​ກະທຳ​ໃນ​ສິ່ງ​ທີ່​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ທ່ານ​ຢາ​ໄຊ​ກ່າວ​ຕື່ມ​ວ່າ: ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງປະຊຸມ​ໄດ້​ປຶກສາ​ຫາລື​ບັນຫາ​ສັນຕິພາບ,ສະ​ຖຽນລະ​ພາບ​ແລະ​ຄວາ​ມຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ຕົນ​ແລະ​ສາກົນ ​ລວມທັງ​ການ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ,​ໂຈນ​ສະຫຼັດ,ການ​ຄ້າມະນຸດ,ຢາ​ເສບ​ຕິດ, ຄວາມ​ໝັ້ນຄົງ​ທາງ​ອິນ​ເຕີ​ເນັດ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,ຄວາມ​ໝັ້ນຄົງ​ແລະ​ການ​ຮ່ວມ​ມືທາງ​ທະ​ເລ​ແລະ​ອື່ນໆ.ນອກ​ນີ້​ຍັງ​ໄດ້​ຫາລື​ສະຖານະ​ການ​ຢູ່​ຕາ​ເວັນ​ອອກ​ກາງ,​ແຫຼມ​ເກົາຫຼີ​ແລະ​ເຂດ​ທະ​ເລ​ຈີນ​ໃຕ້​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ