ຈີນ-ສະຫະລັດ​ອາຣັບ​ເອມີ​ເຣດ​ເຊັນສັນຍາ​ຮ່ວມ​ມື​ພະລັງງານ​ສະບັບ​ໃໝ່
2017-02-22 11:18:53  cri 
ບໍລິສັດ​ນ້ຳມັນ​ເຊື້ອ​ໄຟອາ​ບູດາ​ບີ​ແຫ່ງ​ສະຫະລັດ​ອາຣັບ​ເອມີ​ເຣດຫຼືADNOCອອກ​ຖະ​ແຫຼ​ງການກ່ອນ​ໜ້າ​ນີ້​ບໍ່​ດົນ​ວ່າ ບໍລິສັດ CEFC ຈີນ​ໄດ້​ເຊັນ​ສັນຍາ​ກັບ​ຕົນ​ແລະໄດ້​ຮັບ​ສິດຜົນປະ​ໂຫຍ​ດ 4% ຂອງ​ໂຄງການ​ພັດທະນາ​ບໍ່​ນ້ຳມັນ​ເທິງ​ບົກ​ຂອງອາ​ບູດາ​ບີ​ໂດຍ​ມີອາຍຸ​ສັນຍາ 40 ປີ ​ແລະມູນ​ຄ່າ​ການ​ລົງທຶນ 1 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ.

ທັງ​ນີ້​ພຽງ 2 ວັນ​ເທົ່າ​ນັ້ນ,ບໍລິສັດ​ຈີນ​ກັບ​ສະຫະລັດ​ອາຣັບ​ເອມີ​ເຣດກໍ​ໄດ້​ບັນລຸ​ການ​ເຊັນ​ສັນຍາ​​ເປັນສະບັບ​ທີ 2 ​ໂດຍ​ຫຼ້າ​ສຸດ​​ໄດ້​ລົງ​ນາມ​ໃນວັນ​ທີ 19 ກຸມພາ​ນີ້,ສັນຍາ​ດັ່ງກ່າວລະບຸ​ວ່າ: ອົງການ​ປົກຄອງ​ນະຄອນຫຼວງ​ອາ​ບູດາ​ບີ​ພ້ອມ​ດ້ວຍ​ບໍລິສັດADNOCຈະ​ມອບ​ສິດຜົນປະ​ໂຫຍ​ດ 8% ຂອງ​ໂຄງການ​ພັດທະນາ​ບໍ່​ນ້ຳມັນ​ເທິງ​ບົກ​ອາ​ບູດາ​ບີ​ໃຫ້​ບໍລິສັດCNPCຈີນ ​ແລະມີ​ອາຍຸ​ສັນຍາ​ເປັນ​ເວລາ 40 ປີ.

ການ​ເຊັນ​ສັນຍາ​ຮ່ວມມື​ ​ເທື່ອ​ນີ້​ເປັນ​ການ​ບຸກທະລຸ​ສຳຄັນ​ອີກ​ເທື່ອ​ໜຶ່ງ​ໃນການສຳ​ຫຼວດຂຸດ​ຄົ້ນ​ແລະ​ຂົນ​ສົ່ງ​ນ້ຳມັນ​ຂອງ​ສະຫະລັດ​ອາຣັບ​ເອມີ​ເຣດ ​ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮັດ​ແໜ້ນ​ແລະ​ລົງ​ເລິກ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສະຫະລັດ​ອາຣັບ​ເອມີ​ເຣດ-ຈີນ ​ແລະ​ມີ​ຄວາມ​ໝາຍ​​ໃນ​ການ​ຈຸນ​ເຈືອ​ກັນ​ທາງ​ດ້ານ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ