ຜູ້ຕາງໜ້າ​ຈີນ​ກ່າວ​ວ່າ​ລະບົບ​ຮັກສາ​ສັນຕິພາບ​ຂອງ​ສປຊຄວນ​ກ້າວໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ
2017-02-22 16:36:32  cri 
ທ່ານ​ຫຼິວ​ເຈ​ຢີ່ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ທີ 21 ກຸມພາ​ນີ້​ວ່າ: ການ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ພ້ອມ​ດ້ວຍສະພາບ​ແວດ​ລ້ອມການ​ປະຕິບັດ​ໜ້າ​ທີ່ຂອງ​ອົງການ​ສະຫະ​ປະຊາ​ຊາດ​ນັບ​ມື້​ນັບ​ສັບສົນ,ຈາກ​ນີ້, ລະບົບ​ຮັກສາ​ສັນຕິພາບ​ຕ້ອງ​ກ້າວໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ​ເພື່ອ​ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ແລະ​ຄວາມ​ຕ້ອງການ​ຕົວ​ຈິງ​ໃຫ້​ດີກ​ວ່າ​ເກົ່າ. ກອງ​ເລ​ຂາ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ຖານະ​ເປັນ​ຜູ້​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ຄວນ​ພິຈາລະນາ​​ເຖິງ​ສະພາບ​ກວມ​ລວມ​ແລະອະນາຄົດຂອງ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ໂດຍ​ໃຫ້​ເອົາ​ໃຈ​ໃສ່​ສະຫຼຸບ​ແລະ​ຖອດ​ຖອນ​ບົດຮຽນ​ເພື່ອ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ມີ​ປະສິດທິ​ຜົນຫຼາຍ​ຂຶ້ນ​ແລະ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ສະພາບທີ່​ສັບສົນ.

ກ່ຽວ​ກັບ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ,ທ່ານ​ຫຼິວ​ເຈ​ຢີ່ກ່າວ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ພິ​ເສດ​ຮັກສາ​ສັນຕິພາບ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 21 ກຸມພາ​ນີ້​ວ່າ: ຄວນ​ເຄົາລົບ​ຈຸດປະສົງ​ແລະ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ​​ແລະ 3 ຫຼັກການ​​ແຫ່ງ​ການ​ຮັກສາ​ສັນຕິພາບ, ກຳນົດ​ການ​ມອບ​ສິດ​ຢ່າງ​ຈະ​ແຈ້ງ,ປະຕິບັດ​ໄດ້​ແລະ​ເນັ້ນ​ໜັກ​ຈຸດ​ສຸມ​ໃຫ້​ແກ່​ຄະນະ​ແຕ່ງ​ຕັ້ງ​ພິ​ເສດ​ເພື່ອ​ຮັກສາ​ສັນຕິພາບ ທັງ​ເພີ່ມ​ຄວາມ​ສາມາດ​ຂອງ​ກອງ​ກຳລັງ​ຮັກສາ​ສັນຕິພາບ​ໃນ​ການ​ເຕືອນ​ໄພ​ແລະ​ປົກ​ປັກ​ຮັກສາຄວາມ​ປອດ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ