ສະຖານທູດ​ຈີນ​ປະຈຳ​ໄທ​ຈັດ​ກິດຈະກຳ​ໃຫ້​ນັກສຶກສາ​ໄທ​ຮັບ​ຮູ້​ຈີນຫຼາຍຂຶ້ນ
2017-02-22 14:42:59  cri 

ສະຖານທູດ​ຈີນ​ປະຈຳ​ໄທ ​ໄດ້​ຈັດ​ກິດຈະກຳ "ວັນ​ເປີດ​ປະຕູ" ​ໃນ​ວັນ​ທີ 21 ກຸມພາ​ນີ້ ​ໂດຍ​​ເຊີນ​ນັກ​ສຶກສາ​ໄທມາສະຖານທູດ ​ແລະ​ເຜີ​ຍຄວາມ "​ເລິກ​ລັບ" ຂອງ​ສະຖານທູດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮູ້​ໄດ້​ເຫັນ ​ເຮັດ​ໃຫ້​ເຂົາ​ເຈົ້າຮັບ​ຮູ້​ວຽກ​ງານ​ຕ່າງໆຂອງ​ສະຖານທູດ​ແລະ​ສະພາບ​ການ​ພັດທະນາ​ຂອງ​ຈີນ.

ນີ້​​ແມ່ນ​ເທື່ອ​ທຳ​ອິດທີ່ສະຖານ​ທູດ​ຈີນ​ຈັດ​ກິດຈະກຳ​ດັ່ງກ່າວ​, ຂະນະ​ທີ່ນັກ​ສຶກສາ​ຈາກມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ, ມະຫາວິທະຍາ​ໄລທຳ​ມະ​ສາດ ​ແລະ ມະຫາວິທະຍາ​ໄລ​ກະ​ເສດ​ສາດ 100 ກວ່າ​ຄົນ​ໄດ້​ເຂົ້າຮ່ວມ​ຢ່າງ​ມ່ວນ​ຊື່ນ.

ທ່ານ​ນິ້ງຟູ້ຂຸຍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ ​ໄດ້​ກ່າວວ່າ: ກາ​ນຈັດ​ກິດຈະກຳ​ນີ້ ກໍ​ເພື່ອ​ໃຫ້​ນັກ​ສຶກສາ​ໄທ​ຮັບ​ຮູ້​ຈີນ ​ລວມທັງ​ນ້ຳ​ໃຈ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-​ໄທ.
ມື້​ດຽວ​ກັນ, ​ສະຖານທູດ​ຈີນ​ຍັງ​ໄດ້​ຈັດຕັ້ງນັກ​ສຶກສາ​ໄທ​​ເຂົ້າ​ຊົມ​​ງານ​ວາງສະ​ແດງ "ຄວາມ​ປະ​ທັບ​ໃຈ​ຕໍ່​ເສັ້ນທາງ​ສາຍ​ໄໝ​ທົ່ງ​ຫຍ້າ" ​ແລະ ການສະ​ແດງ​ກັ່ງ​ຟູ​ວັດ​ຊ້າວຫຼິນ ທີ່​ຈັດ​ຂຶ້ນຢູ່​ສູນວັດທະນະທຳ​ຈີນ ນະຄອນຫຼວງບາງກອກ ​ເພື່ອສຳຜັດ​ສີສັນ​ແລະ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ວັດທະນະທຳ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ