ນາຍົກ​ຈີນ​ແລະ​ຄູ່​ຕຳ​​ແໜ່ງຝຣັ່ງຮ່ວມຖະ​ແຫຼງຂ່າວ
2017-02-22 14:48:29  cri 

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ແລະ ທ່ານ​ເບີ​ນາດ ຄາ​ເຈີ​​ເນິຟ ນາ​ຍົກ​ລັດ​ຖະມົນຕີ​ຝຣັ່ງ ​ໄດ້​​ເຂົ້າຮ່ວມພິທີ​ຖະ​ແຫຼງຂ່າວ​ຮ່ວມ ທັງ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວ ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ກຸມພາ​ນີ້.

ທ່ານຫຼີ​ເຄີ້ສຽງ ​ໄດ້​ແຈ້ງ​ຜົນ​ການ​ພົບ​ປະລະ​ຫວ່າງ​ນາຍົກລັດຖະມົນຕີສອງປະ​ເທດ ​ແລະ​ກ່າວ​ວ່າ: ສອງ​ຝ່າຍ​ໄດ້​ບັນລຸ​ຂໍ້​ຕົກລົງ​ຢ່າງ​ກວ້າງຂວາງ ທັງ​ເຫັນ​ວ່າ ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ຝຣັ່ງ​ໄດ້​ພັດທະນາ​ຂຶ້ນຮອດ​ລະດັບ​ໃໝ່​ໃນ​ປະຫວັດສາດ​ແລະມີ​ຄວາມໝາຍ​ສຳຄັນ​ເກີນ​ຂອບ​ເຂດ​ສາຍ​ພົວພັນ​ລະຫວ່າງສອງ​ຝ່າຍ. ຂະນະ​ທີ່ຈີນ​ແລະ​ຝຣັ່ງ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຈາກ​ຄວາມ​ສ່ຽງ​ຕ່າງໆ ​ເປັນ​ການ​ສົ່ງ​ສັນຍານທີ່​ມີ​ຄວາມ​ໝັ້ນທ່ຽງ​ແລະ​ພັດທະນາ​ດີ​ຂຶ້ນຕໍ່​ໂລກ. ​ແນວ​ໃດ​ກໍ​ດີ, ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະຕິ​ຮູບ, ​​ເປີດ​ປະຕູ​ໃຫ້​ກວ້າງ​ອອກ​ກວ່າ​ເກົ່າ ​ແລະ​ ຍິນ​ດີຮ່ວມ​ກັບປະ​ເທດ​ຕ່າງໆ​ເພື່ອ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ທຸກ​ຮູບ​ແບບ ທັງປົກ​ປັກ​ຮັກສາ​ລະບົບ​ການ​ຄ້າ​ສາກົນ​ ​ແລະ ຂອບ​ລັດທິຫຼາຍຝ່າຍທີ່​ເປີດ​ກວ້າງ.

ທ່ານ​ຄາ​ເຊີ​ເນິຟ ກ່າວ​ວ່າ: ນາຍົກລັດຖະມົນຕີສອງປະ​ເທດ​ໄດ້​ຫາລື​ກັນ​ດ້ວຍ​ບັນຍາກາດ​ທີ່​ສ້າງສັນ. ຂະນະ​ທີ່​ການ​ຮ່ວມ​ມື​ລະຫວ່າງ​ຝຣັ່ງ-ຈີນ ​ໄດ້​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ສອງ​ຊາດ. ​ແນວ​ໃດ​ກໍດີ, ຝຣັ່ງຍິນ​ດີ​ຮ່ວມ​ກັບຈີນ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ ​ແລະ ​ໃນ​ລະດັບ​ຕ່າງໆ, ຮ່ວມ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ ທັງ​ຊຸກຍູ້​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ​ລະຫວ່າງຝຣັ່ງ-ຈີນ ​ແລະ​ເອີຣົບ-ຈີນ ກໍ​ຄື​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ