ຈີນ​ເດັດດ່ຽວ​ຄັດຄ້ານ​ປະ​ເທດ​ໃດໆ​ທີ່​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ
2017-02-22 16:41:56  cri 

ທ່ານ​ອານ​ເຟິງຊານ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ລັດຖະບານ​ຈີນ ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ ​ໃນ​ວັນ​ທີ 22 ກຸມພາ​ນີ້​ວ່າ: ບັນຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ພວກ​ຂ້າພະ​ເຈົ້າ​ເດັດດ່ຽວຄັດຄ້ານ​ບໍ່​ວ່າ​ຈະ​ເປັນ​ປະ​ເທດ​ໃດໆ ທີ່​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ ຫຼື ຮ່ວມ​ມືດ້ານ​ການ​ທະຫານກັບ​ໄຕ້​ຫວັນ ​ເຊິ່ງຫຼັກໝັ້ນນີ້​​​ໃຜໆ​ ກໍ​ຮູ້​ກັນໝົດ​ແລ້ວ.

ທ່ານ​ອານ​ເຟິງຊານ ຍັງ​ເນັ້ນວ່າ: ສອງ​ຝັ່ງ​ຊ່ອງ​ແຄບ​ແມ່ນ​ຂຶ້ນກັບ​ຈີນ​ແລະ​​​ເປັນ​ປະ​ເທດ​ດຽວ, ຂະນະ​ທີ່ໄຕ້​ຫວັນ​ແມ່ນ​ດິນ​ແດນ​ຂອງ​ຈີນທີ່​ຕັດ​ແຍກ​ອອກ​ບໍ່​ໄດ້ ​ແລະ ກໍບໍ່​ໄດ້​ເປັນ​​ປະ​ເທດໜຶ່ງ​ຈັກ​ເທື່ອ​ເລີຍ. ພວກ​ຂ້າພະ​ເຈົ້າ​ເດັດດ່ຽວຍຶດໝັ້ນຫຼັກໝັ້ນຈີນ​ດຽວ ​ແລະ ຄັດ​ຄ້ານ​ອິດທິ​ກຳລັງ​ແບ່ງ​ແຍກ​ໄຕ້​ຫວັນ ​ໂດຍ​ຈະ​ບໍ່​ມີ​ວັນປ່ຽນ​ແປງ​ຫຼັກໝັ້ນຂອງ​ຕົນຢ່າງ​ແນ່ນອນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ