ພົບ 74 ສົບຢູ່​ແຄມ​ຝັ່ງ​ທະ​ເລ​ລີ​ບີ
2017-02-22 16:43:40  cri 

ຢູ່​ແຄມ​ຝັ່ງ​ທະ​ເລ​ເມືອງຊາ​ວິຢາ(Zawiyah) ທາງ​ພາກ​ຕາ​ເວັນ​ຕົກ​ລີ​ບີ​ໄດ້​ພົບ​ຜູ້​ຈົມ​ທະ​ເລ​ຕາຍ​ແລະ​ຖືກ​ຟອງ​ທະ​ເລຊັດ​ຂຶ້ນ​ແຄມ​ຝັ່ງ 74 ສົບ ​ໃນ​ວັນ​ທີ 21 ກຸມພາ​ນີ້. ຂະນະ​ທີ່​ໂຄສົກ​ສະພາ​ຊີກ​ວົງ​​ເດືອນ​​ແດງ​ລີ​ບີ ຢືນຢັນ​ວ່າ: ​ຫຼັງພະນັກງານ​ໄດ້​ຊອກ​ຫາ​ປະມານ 6 ຊົ່ວ​ໂມງ ຈຶ່ງ​ໄດ້​ພົບສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ 74 ສົບຢູ່​ແຄມ​ຝັ່ງ​ທະ​ເລ​ເມືອງ​ຊາ​ວິ​ຢາ​ໃນ​ຕອນ​ເຊົ້າວັນ​ທີ 21 ກຸມພາ​ນີ້, ​ໃນ​ນີ້​ລວມມີ​ແມ່​ຍິງ​ແລະ​ເດັກນ້ອຍ.

​ໂຄສົກທ່ານ​ນີ້ ກ່າວ​ວ່າ: ຜູ້​ປະສົບ​ເຄາະ​ຮ້າຍ​ເຫຼົ່ານີ້​ອາດ​ຈະ​​ແມ່ນ​ຊາວ​ອົບ​ພະຍົບຜິດກົດໝາຍທີ່ມາ​ຈາກອາ​ຟຣິກາ ​ແລະ​ໄດ້​ປະສົບ​ເຄາະ​ຮ້າຍ​ຂະນະ​ຕ້ອງການ​ຜ່ານ​ທະ​ເລ​ເມ​ດີ​ແຕຣາ​ເນ​ໄປ​ເອີຣົບ. ​ແນວ​ໃດ​ກໍ​ດີ, ປັດຈຸບັນ ຍັງ​ບໍ່​ທັນ​ຮູ້​ສະພາບການ​ເກີດ​ເຫດທີ່ລະອຽດ​​ເທື່ອ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ