ທະນາຄານ​ພັດທະນາ​ອາຊີ​ຕົກລົງ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ເນ​ປານ
2017-02-22 16:30:24  cri 
ສື່​ມວນ​ຊົນ​ເນ​ປານ​ລາຍ​ງານ​ໃນ​ວັນ​ທີ 21 ກຸມພາ​ນີ້​ວ່າ, ທະນາຄານ​ພັດທະນາ​ອາຊີ​​ໄດ້ຕົກລົງ​ເພີ່ມ​ທຶນ​ຊ່ວຍ​ເຫຼືອ​ເນ​ປານ​ແຕ່​ປີ 2017 ຫາ​ປີ 2019 ຂຶ້ນ​ເປັນ 843 ລ້ານ 8 ​ແສນ​ໂດ​ລາ​ສະຫະລັດ. ຖ້າວ່າ​ລັດຖະບານ​ເນ​ປານ​ສາມາດ​ປະຕິບັດ​ໂຄງການ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ໄດ້ດີ, ທະນາຄານ​ດັ່ງກ່າວ​ກໍຈະ​ເພີ່ມ​ທຶນ​ຊ່ວຍ​ເຫຼືອອີກ 356 ລ້ານ​ໂດ​ລາ.

ຈາກ​ນີ້​ຈຶ່ງ​ຊີ້​​ໃຫ້​ເຫັນວ່າ​ໃນ 3 ປີ​ຕໍ່ໜ້າ, ​ເນ​ປານ​ຈະ​ໄດ້​ທຶນ​ຊ່ວຍ​ເຫຼືອ 400 ລ້ານ​ໂດ​ລາ​ຕໍ່​ປີ, ​ເຊິ່ງ​ເພື່ອທຽບ​​ໃສ່​​ການ​ຊ່ວຍ​ເຫຼືອ​ກ່ອນ​ປີ 2017 ຈະ​ໄດ້​ທຶນ​ກວ່າ 100 ລ້ານ​ໂດ​ລາ​ຕໍ່​ປີ.

ທ່ານ​ຈ່າງ​ເຫວີ​ນສາຍ, ຮອງ​ຜູ້ອຳນວຍການ​ທະນາຄານ​ພັດທະນາ​ອາຊີ​ໄດ້​ປະກາດການ​ຕົກລົງ​ຊ່ວຍ​ເຫຼືອ​ດັ່ງກ່າວ​ຢູ່​ເນ​ປານ. ​ແລະ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 20 ກຸມພາ​ນີ້, ທ່ານ​ຈ່າງ​ເຫວີນສາຍກໍ​ໄດ້​​ເນັ້ນ​ວ່າ, ​ເປົ້າ​ໝາຍ​ຂອງ​ການເພີ່ມ​ການ​ຊ່ວຍ​ເຫຼືອນັ້ນ​ກໍ​ເພື່ອ​ຊ່ວຍ​ເຫຼືອ​ເນ​ປານ​ບັນລຸ​ຕາມ​ເປົ້າ​ໝາຍ​ຂອງ​ຕົນ, ​ຄື​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ລະດັບ​ກາງ​​ເມື່ອຮອດ​ປີ 2030.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ