ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​​​ທີ​ສີ່ຂອງ​ຕຳຫຼວດ​ຮັກສາ​ສັນຕິພາບຈີນທີ່ຢູ່​ລີ​​ເບ​ຣີ​ໄດ້​ຮັບຫລຽນ​ໄຊ​ສັນຕິພາບ
2017-02-22 16:31:18  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 21 ກຸມພາ​ນີ້, ຄະນະພິ​ເສດ​ລີ​ເບ​ຣີຂອງ​ອົງການສະຫະ​ປະຊາ​ຊາດ​ໄດ້​ຕາງໜ້າ​ສປຊມອບ​ຫລຽນ​ໄຊ​ສັນຕິພາບ​ໃຫ້​ແກ່​ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ທີ​ສີ່​ຂອງ​ຕຳຫຼວດ​ຮັກສາ​ສັນຕິພາບ​ຈີນ 140 ຄົນ​ທີ່​ຢູ່​ລີ​​ເບຣີ ​ເພື່ອ​ຊົມ​ເຊີຍການ​ອຸທິດ​ ​ແລະ​ການ​ເສຍສະຫຼະທີ່​ມີຄ່າໃນ​ການ​ຮັກສາ​ສັນຕິພາບ​.

ພິທີ​ມອບ​ຫຼຽນ​ໄຊ​​ໄດ້​ຈັດ​ຂຶ້ນ​ໃນ​ຄ້າຍກອງ​ກຳລັງ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດ​ຮັກສາ​ສັນຕິພາບ​ຈີນ​ຢູ່​ນະຄອນຫຼວງ​ໂມນ​ໂລ​ວີ ​ໂດຍ​ໃນ​ໂອກ​າດນີ້, ທ່ານ Fareed Zarif ຜູ້ຕາງໜ້າ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ສປຊກ່າວ​ວ່າ: ກອງ​ກຳລັງ​ດັ່ງກ່າວ​ແມ່ນ​ກອງ​ກຳລັງ​ປ້ອງ​ກັນຄວາມ​ຮຸນ​ແຮງ​ທີ່​ດີ​ທີ່​ສຸດ ​ເຊິ່ງມີ​ທັງວິ​ໄນ, ວິຊາ​ການ ​ແລະ​​ປະດິດສ້າງ​​ໃໝ່ ຂະນະ​ດຽວ​ກັນ​ກໍ​ໄດ້​ປະກອບ​ສ່ວນສຳຄັນ​ເຂົ້າ​ໃນການ​ຮັກສາ​ສັນຕິພາບ​ຂອງ​ປະ​ເທດ​ລີ​ເບຣີ, ປະຕິບັດ​ໜ້າ​ທີ່​ສປຊ ​ແລະ​ສະໜັບສະໜູນ​ການ​ສ້າງ​ຂີດຄວາມ​ສາມາດ​ໃຫ້​ແກ່ຕຳຫຼວດ​ທ້ອງ​ຖິ່ນ ທັງ​​ເປັນ​​ແບບຢ່າງ​ທີ່​ດີຂອງ​ອົງການ​ສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ