ລາວ-ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ
2017-02-22 16:47:42  cri 

ຕາມ​ຂ່າວCRI: ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ມະຫາຊົນ​ຫຼື BCEL ​ແລະ​ທະນາຄານ​ແຫ່ງ​ປະ​ເທດ​ຈີນ​ຫຼື BOC ລົງ​ນາມ​ຮ່ວມ​ມື​ດ້ານ​ການ​ບໍລິການ​ທະນາຄານ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 21 ກຸມພາ​ນີ້, ​ໂດຍ​ທ່ານ ປອ ສົມ​ພາວ ​ໄຟ​ສິດ, ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ, ທ່ານ​ຫາວ​ງຊີ​ຮຸຍ ທີ່​ປຶກສາ​ເສດຖະກິດ​ສະຖານທູດ ສປ ຈີນ​ປະຈຳ​ສປປ ລາວ​ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​​ເຂົ້າ​ຮ່ວມ.

 


ທ່ານ​ພູ​ຂົງ ຈັນທະ​ຈັກ ຜູ້ອຳນວຍການ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ມະຫາຊົນ​ກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າ​ງທະນາຄານ​ຕົນ​ແລະ BOC ​ເປັນ​ຂີດ​ໝາຍ​ໃໝ່​ທີ່​ສຳຄັນ​ຕໍ່​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ເຊັ່ນ: ການ​ຮ່ວມ​ມື​ບໍລິການ​ລູກ​ຄ້າ, ການ​ເຮັດ​ທຸລະ​ກິດ​ຮ່ວມ​, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊັບພະຍາກອນ​ມະນຸດ​ແລະ​ອື່ນໆ​ເພື່ອ​ອຳນວຍ​ຄວາມ​ສະດວກ​ແລະ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລູກ​ຄ້າ​ລາວ​ຫຼື​ບຸກຄົນ​ແລະ​ບໍລິ​ສັດ​ຈາກ ສປ ຈີນ​ໂດຍ​ສະ​ເພາະ​ໃນ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ. ທີ່​ສຳຄັນ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດສູງ​ສຸດ​ໃຫ້​ແກ່​ທັງ​ສອງ​ທະນາຄານ​ແລະ​ສາມາດ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ສປປ ລາວ​ພ້ອມ​ທັງ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ.

ທ່ານ​ອຸ​ຊືສຽງ, ຜູ້ອຳນວຍການ​ໃຫຍ່​ຮັບ​ຜູດຊອບ​ລູກ​ຄ້າ​ສະ​ຖາ​ບັນ​ການ​ເງິນ​ທະນາຄານ BOC ກ່າວ​ວ່າ, ການ​ລົງ​ນາມ​ໃນ​ສັນຍາ​ເທື່ອ​ນີ້, ທັງ​ສອງ​ທະນາຄານ​ຕ່າງ​ຈະ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ, ​ເພື່ອ​ບໍລິການ​ໃຫ້​ແກ່​ໂຄງການ​ຂະໜາດ​ໃຫຍ່​ໃນ​ລາວ, ການ​ຊຳລະ​ສະ​ສາງ​ເປັນ​ສະກຸນ​ເງິນ​ຢວນ, ການ​ສະໜອງ​ເງິນສົດ, ການ​ປ່ອຍ​ເງິນ​ກູ້​ຮ່ວມ​ແລະ​ສ້າງ​ໂອກາດ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ​ລວມທັງ​ເປັນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ