ຕຳຫຼວດທະ​ເລ​ຈີນ-ຟິລິບ​ປິນ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ໃນ​ການ​ຕໍ່ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ແລະ​ການ​ຊ່ວຍ​ເຫຼືອທາງ​ທະ​ເລ
2017-02-22 16:41:27  cri 
ຕາມ​ຂ່າວສານ​ຈີນ:​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​​ລະຫວ່າງ​ກົມ​ຕຳຫຼວດທະ​ເລ​ຈີນ​ແລະ​ກອງ​ຕຳຫຼວດປ້ອງ​ກັນ​ຝັ່ງ​ທະ​ເລ​ຟິລິບ​ປິນກ່ຽວກັບ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ການ​ຮ່ວມ​ມື​ທາງ​ທະ​ເລ​ທີ່​ຜູ້ນຳ​ທັງ​ສອງ​ປະ​ເທດ​​ເຂົ້າ​ຮ່ວມເປັນ​ສັກ​ຂີ​ພິຍານນັ້ນ,ນັບ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 22 ກຸມພາ​ນີ້,ຕຳ​ຫຼວດທະ​ເລ​ສອງ​ປະ​ເທດ​ໄດ້​ຈັດ​ກອງ​ປະຊຸມ​ກະກຽມ​ຄັ້ງ​ທີ​ສອງ​ທັງ​ເປັນ​ກອງ​ປະຊຸມ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ຢູ່​ຊູ​ບິ​ກປະ​ເທດ​ຟິລິບ​ປິນ​ໂດຍ​ທັງ​ສອງ​ຝ່າຍ​ເຫັນ​ດີ​ຮ່ວມ​ມື​ກັນ​ຕົວ​ຈິງ​ດ້ວຍ​ຫຼາຍຮູບ​ແບບ​​ໃນ​ການ​ຕໍ່ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ເປັນ​ຕົ້ນ​ການ​ຄ້າ​ຢາ​ເສບ​ຕິດ,ການ​ຊ່ວຍ​ເຫຼືອທາງ​ທະ​ເລ,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,ການ​ຮັບ​ມື​ກັບ​ສະພາບ​ສຸກ​ເສີນ​ແລະ​ອື່ນໆ.

ນອກ​ນີ້,ສອງ​ຝ່າຍ​ຍັງ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ສາຍ​ດ່ວນ​ເພື່ອ​ເພີ່ມ​ການ​ຕິດ​ຕໍ່​ກັນ​​ໃນ​ຂົງ​ເຂດ​ທີ່​ໄດ້​ຕົກລົງ​ຮ່ວມ​ກັນ.

​​ແນວ​​ໃດ​ກໍ​ດີ,ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ຕຳຫຼວດທະ​ເລ​ຂອງສອງ​ປະ​ເທດ,ສອງ​ຝ່າຍ​ເຫັນ​ດີ​ຈັດ​ກິດຈະກຳ​ຕ່າງ​ໆ​ໃນ​ປີ 2017 ​ເປັນ​ຕົ້ນ​ການ​ຢ້ຽມຢາມ​ກັນ​ລະຫວ່າງ​ຂັ້ນ​ສູງ,ການ​ຢ້ຽມຢາມ​ກັນ​ລະຫວ່າງ​ກຳ​ປັ່ນ,ການ​ຝຶກ​ຊ້ອມຮ່ວມ​ແລະ​ການ​ກໍ່ສ້າງ​ຂີດ​ຄວາມ​ສາມາດ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ