ຜົນການ​ສຳ​ຫຼວດ​ຊີ້ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ຄວາມ​ນິຍົມ​ຈາກນັກ​ການ​ເມືອງ​ແລະ​ນັກທຸລະກິດ​ຈີນ-ຣັດ​ເຊຍ
2017-02-22 16:57:34  cri 
ຕາມ​ຂ່າວສານ​ຊິນ​ຮວາ:ອີງ​ຕາມຜົນສຳ​ຫຼວດຈາກ​ຜູ້​ເຂົ້າ​ຮ່ວມ​ພິທີ​​ໄຂ "ປີ​ທຸລະ​ກິດຣັດ​ເຊຍ-ຈີນ 2017 "ທີ່​ຈັດ​ຂຶ້ນ​ຢູ່​ມົສ​ກູ,ຜູ້​ໃຫ້​ສຳພາດ​ຈຳນວນ​ຫຼາຍ​ເຫັນ​​​ແງ່​ດີ​ຕໍ່​ການ​ຮ່ວມ​ມືຣັດ​ເຊຍ-ຈີນ​ໃນ​ການ​ລົງທຶນ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ລາຍ​ງານ​ຂ່າວ​ໄດ້​ອ້າງ​ຕາມ​ຜົນ​ການ​ສຳ​ຫຼວດວ່າ,ຜູ້​ໃຫ້ສຳພາດ​ຈາກ​ຈີນ 54%​ແລະ​ຣັດ​ເຊຍ 39%ລ້ວນ​ແຕ່​ເຫັນ​ວ່າ,ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ແມ່ນ​ທິດ​​ຮ່ວມ​ມື​ທີ່​ມີ​ອະນາຄົດ​ຫຼາຍທີ່​ສຸດ​ລະຫວ່າງຣັດ​ເຊຍ-ຈີນ​ໃນ​ປີ​ນີ້​ແລະ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ກໍແມ່ນ​ທິດ​ບຸລິ​ມະ​ສິດ​​ໃນ​ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ສອງ​ປະ​ເທດ.

ອີງ​ຕາມ​ຜົນ​ການ​ສຳ​ຫຼວດ,​ໃນ​ບັນຊີ​ການ​ລົງທຶນ​ທີ່​ມີ​ກຳລັງ​ດຶງ​ດູດ​ຫຼາຍທີ່​ສຸດ​ທີ່​​ເປັນອັນ​ດັບ​ສອງ,ຜູ້​ໃຫ້​ສຳພາດ​ຈາກ​ຈີນ​ໄດ້​ເລືອກ​ຂະ​ແໜງ​ການ​ບໍລິການ​ຫຼາຍກວ່າ,ສ່ວນ​ຜູ້​ໃຫ້​ສຳພາດ​ຈາກຣັດ​ເຊຍ​ໄດ້​ເລືອກ​ການທ່ອງທ່ຽວ​ຫຼາຍກວ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ