ເວລາໃດຈີນກໍສະໜັບສະໜູນຝ່າຍທີ່ກ່ຽວຂ້ອງກັບບັນຫານິວເຄລຍແຫຼມເກົາຫຼີດຳ​ເນີນ​ການເຈລະຈາແລະປະສານ​ສົມທົບກັນ
2017-02-22 17:11:02  cri 
​ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ເກິ​ງສວາງ ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 21 ກຸມພາ​ນີ້​ວ່າ,​ບໍ່​ວ່າ​ເວລາ​ໃດ​ຈີນ​ກໍ​ສະ​ໜັບສະ​ໜູນ​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ​​ໃຫ້​ດຳ​ເນີນ​ການເຈລະຈາ​ແລະປະສານ​ສົມທົບ​ກັນ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​​ແລະ​ຫາລື​ວິທີ​ແກ້​ໄຂ​ບັນຫາຮ່ວມ​ກັນ.

ມີ​ນັກ​ຂ່າວ​ຖາມ​ຫຼັງມີ​ສື່​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ,ອາ​ເມ​ລິ​ກາ​ແລະ​ສປປ​ເກົາຫຼີກຳລັງ​ກະກຽມ​ໃຫ້​ແກ່​ການ​ພົບ​ປະ​ລະຫວ່າງ​ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສປປ​ເກົາຫຼີ​ແລະ​ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະ ບານ​ອາ​ເມ​ລິ​ກາ,​ແຕ່​ການ​ຍິງ​ຂີ​ປະ​ນາ​ວຸດ​ຂອງ​ສປປ​ເກົາຫລີ​​ຫວ່າງ​ມໍ່ໆ​ນີ້​ແລະ​ການ​ກະທຳ​ອື່ນໆ​ໄດ້​ເພີ່ມ​ຄວາມ​ບໍ່​ແນ່ນອນ​ໃຫ້​ແກ່​ການ​​ພົບ​ປະ.ຈີນ​ມີ​ຄວາມ​ຄິດ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ເກິ​ງສວາງ​ຕອບ​ວ່າ,ກົກ​ເຫງົ້າ​ຂອງ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີກໍ​ຄື​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ສປປ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ.​​ໃນ​ສະພາບ​ການ​ດັ່ງກ່າວ,ພວກ​ເຮົາ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ການ​ທົດ​ລອງ​ແລະ​ພະຍາຍາມ​ໃນ​ດ້ານ​ນີ້​ໃຫ້ຫຼາຍກວ່າ​ເກົ່າ,ຮ່ວມ​ກັນ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສ້າງສັນ​ໃຫ້​ແກ່​ສັນຕິພາບ,ສະຖຽນລະ​ພາບ​ຂອງ​ແຫຼມ​ເກົາຫຼີພ້ອມ​ທັງ​ການ​ແກ້​ໄຂ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ