ທະນາຄານຈີນຈະປຶກສາຫາລືການຄ້າຂ້າມຊາດຂອງວິສາຫະກິດຂະໜາດກາງແລະນ້ອຍຢູ່ຟີລິບປິນ
2017-02-23 10:31:48  cri 
ທ່ານເຕິ້ງຈຸ່ນ ຜູ້ວ່າການທະນາຄານຈີນສາຂາມະນີລາຖະແຫຼງໃນວັນທີ 22 ກຸມພານີ້ວ່າ: ທະນາຄານຈີນຈະປຶກສາຫາລືການຄ້າແລະການລົງທຶນຂ້າມຊາດຂອງວິສາຫະກິດຂະໜາດກາງແລະນ້ອຍຈີນ-ຟີລິບປິນຢູ່ນະຄອນຫຼວງມະນີລາປະເທດຟີລິບປິນໃນວັນທີ 18 ມີນາເພື່ອສ້າງໂອກາດການຮ່ວມມືໃຫ້ແກ່ວິສາຫະກິດສອງປະເທດ.

ທະນາຄານຈີນແລະກະຊວງການຄ້າແລະອຸດສາຫະກຳຟີລິບປິນ, ສະພາອຸດສາຫະກຳການຄ້າຟີລິບປິນແລະສະພາການຄ້າສາກົນສາຂາຟີລິບປິນໄດ້ຮ່ວມກັນຖະແຫຼງຂ່າວ​ຕໍ່​ສື່​ມວນ​ຊົ ນຢູ່​ນະຄອນຫຼວງ​ມະນີ​ລາ​ໃນ​ວັນ​ທີ 22 ກຸມພາ​ນີ້​ແລະໂອກາດ​ດັ່ງກ່າວ, ທ່ານ​​ເຕິ້ງຈຸ່ນ​ໄດ້​ແຈ້ງວ່າ: ຄາດ​ວ່າ​ຈະ​ມີ​ວິ​ສາ​ຫະກິດ​ຈີນ​ຫຼາຍ​ກວ່າ 100 ​ແຫ່ງ​ເຂົ້າ​ຮ່ວມ​ ຂະນະທີ່ວິສາຫະກິດຟີລິບປິນກໍຈະມີເຖິງ 300 ກວ່າແຫ່ງ ​ເຊິ່​ງ​ການ​ປຶກສາ​ຫາລື​ດັ່ງກ່າວ​ຈະເປັນ​ປະ​ໂຫຍ​ດຕໍ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຟີ​ລິບ​ປິນຫັນ​ເຂົ້າ​ສູ່​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ ທັງ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ທັງ​ສອງ​ປະ​ເທດ​ຈີນ-ຟີ​ລິບ​ປິນພັດທະນາ​ພ້ອມ​ກັນ.

ທ່ານ​ເຕິ້ງ​ຈຸ່ນ ​ເຊື່ອ​ໝັ້ນ​ວ່າການ​ບໍລິການ​ເຊື່ອມ​ໂຍງ​ສາກົນ​ຂອງ​ທະນາຄານ​ຈີນ​ຈະ​ສ້າງ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ-ຟີ​ລິບ​ປິນ ​ແລະ​ອຳນວຍ​ໃຫ້​ແກ່ການ​ສະໜັບສະໜູນການ​ເງິນ​ ທັງ​ສ້າງ​ເວທີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ