FAO​​ເຕືອນ​ໃຫ້​ລະວັງ​ຄວາມ​ສ່ຽງ​ຕໍ່​ຄວາມ​ໝັ້ນຄົງ​ສະບຽງ​ອາຫານ​ໄລຍະ​ກາງ​ແລະ​ຍາວ
2017-02-23 10:58:04  cri 
ອົງການ​ອາຫານ​ແລະ​ການ​ກະ​ເສດ​ສະຫະ​ປະຊາ​ຊາດ​ຫຼືFAO​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 22 ກຸມພາ​ນີ້​ວ່າ ປະຊາ​ຄົມ​ໂລກ​ຄວນ​ພະຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃຫຍ່​ຕ່າງໆ​ເປັນຕົ້ນ​ຊັບພະຍາກອນ​ທຳ​ມະ​ຊາດທີ່​ຫຼຸດ​ໜ້ອຍ​ຖອຍ​ລົງ,ຄວາມ​ບໍ່​ສະ​ເໝີ​ພາບ​​ໜັກໜ່ວງ​ຂຶ້ນ, ​ໄພ​ອັນຕະລາຍຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ອື່ນໆ,ຖ້າ​ບໍ່​ດັ່ງ​ນັ້ນ ຄວາ​ມໝັ້ນຄົງ​ດ້ານ​ສະບຽງ​ອາຫານ​​ໃນທົ່ວ​ໂລກ​ຈະ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ຢ່າງ​ໃຫຍ່.

ບົດ​ລາຍ​ງານ​ຊີ້​ວ່າ ຮອດ​ປີ 2050, ປະຊາກອນ​ທົ່ວ​ໂລກ​ອາດ​ຈະ​ເພີ່ມ​ຂຶ້ນ​ເກືອບ​ເຖິງ 10 ຕື້​ຄົນ​ເຊິ່ງຖ້າ​ບໍ່​ຊຸກຍູ້​ການ​ລົງທຶນ​ແລະ​ປັບປຸງ​ລະບົບ​ການ​ກະ​ເສດ​ແລະ​ສະບຽງ​ອາຫານ​ຂອງ​ໂລກ, ຮອດ​ປີ 2030ຄື​ເວລາ​ໃນວາລະ​ການພັດທະນາ​ແບບ​ຍືນ​ຍົງ​ໄດ້​ກຳນົດ​ໃຫ້​ລົບ​ລ້າງ​ຄວາມ​ສ່ຽງ​ຕໍ່ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ແລະ​ສະພາບ​ຂາດ​ສານ​ອາຫານ​​ໄລຍະ​ຍາວ​ນັ້ນ, ຍັງ​ຄົງ​ມີປະຊາກອນ​ເປັນ​ຈຳນວນ​ ​ຫຼາຍ​ຕົກ​ໃນ​ຄວາມອຶດ​ຢາກ.ຖ້າ​ບໍ່​ພະຍາຍາມ​ສົ່ງ​ເສີມ​ການ​ພັດທະນາ​ເພື່ອ​ລົບ​ລ້າງ​ຄວາ​ມທຸກ​ຍາກ,ຫຼຸດຜ່ອນ​ຄວາມ​ບໍ່​ສະ​ເໝີ​ພາບ​ແລະ​ປົກ​ປ້ອງ​ກຸ່ມ​ຄົນ​ດ້ອຍ​​ໂອກາດຕື່ມ​ອີກ, ຮອດ​ປີ 2030, ​ປະຊາກອນ​ຫຼາຍ​ກວ່າ 600 ລ້ານ​ຄົນ​ຈະ​ກິນ​ບໍ່​ພຽງພໍ​ແລະ​ໃນຄວາມ​ຈິງ​ແລ້ວ, ​ໃນ​ປັດຈຸບັນ,ການ​ແກ້​ໄຂ​ບັນຫາ​ນີ້​ບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ​ພໍ​ເທົ່າ​ໃດ​ເຊິ່ງອາດ​ຈະ​ເປັນ​ການ​ສົ່ງ​ສັນຍານ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ສາມາດລົບ​ລ້າງ​ຄວາມ​ອິດ​ຫິວ​ໃນ​ປີ 2050 ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ