ກຽມ​ຈັດເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ມຽນມາ​ຄັ້ງ​ທຳ​ອິດ​ຢູ່​ເນ​ປີດໍ
2017-02-23 11:05:32  cri 

ສະຖານທູດ​ຈີນ​ປະຈຳ​ມຽນມາ​ແລະ​ກະຊວງ​ໂຮງ​ແຮມ​ແລະ​ທ່ອງ​ທ່ຽວ​ມຽນມາ​ໄດ້ຖະ​ແຫຼ​ງຂ່າວ​ຮ່ວມ​ ​ເພື່ອ​ແຈ້ງ​ສະພາບ​ກະກຽມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ມຽນມາ​ຄັ້ງ​ທຳ​ອິດ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນມາ​ໃນ​ວັນ​ທີ 22 ກຸມພາ​ນີ້​ໂດຍ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ມຽນມາ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍມຽນມາ​ໃນ​ວັນ​ທີ 1 ມີນາ​ໜ້າ​ນີ້ ​ເຊິ່ງ​ເນັ້ນ​ຫົວ​ຂໍ້​: "ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ:ກຳລັງແຮງ​ໃໝ່​​​ໃນ​ການເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ມຽນມາ" ​ແລະ​​ເວທີ​ປຶກສາ​ຫາລື​ຈະ​ປະກອບ​ດ້ວຍ​ 3 ສ່ວນຄື​ພິທີ​ເປີດ​,ການປາຖະກະຖາ​ແລະ​ກອງ​ປະຊຸມ​ໂຕະມົນ. ຂະນະ​ທີ່​ໃນ​ໄລຍະ​ເວຈະ​ໄດ້ປຶກສາ​ຫາລື​ລະຫວ່າງ​ຫົວໜ່ວຍ​ທຸລະ​ກິດ​ທ່ອງ​ທ່ຽວ​ຈີນ-ມຽນມາ, ງານ​ແນະນຳ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຈີນ-ມຽນມາ​ແລະ​ກິດຈະກຳ​ອື່ນໆ​ອີກ.

​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ຈະລົງ​ເລິກແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຜົນງານ ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ມຽນມາ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທິດ​ທາງ​ແລະຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ​ແລະ​ອື່ນໆ​ໂດຍສອງ​ຝ່າຍຈະ​ຮ່ວມ​ກັນ​ຊຸກຍູ້​ການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການທ່ອງທ່ຽວ​ຊາຍ​ແດນ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ບຸກຄະລາ​ກອນ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ